• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ MCIS – 8 ຢູ່ລັດເຊຍ

ຄາດວ່າ, MCIS – 8 ລວມມີວາລະປະຊຸມຄົບຄະນະ 4 ຄັ້ງ, ວາລະປະຊຸມພິເສດ 4 ຄັ້ງ ແລະ ບັນດາການເຄື່ອນໄຫວພົບປະ 2 ຝ່າຍຢູ່ນອກກອງປະຊຸມ.


ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ,

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ

(ພາບ: TTXVN)

ຄະນະຜູ້ແທນການທະຫານຂັ້ນສູງຂອງກອງທັບປະຊາຊົນຫວຽດນາມ ໂດຍ ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ ຄັ້ງທີ 8 (MCIS - 8), ຢູ່ສະຫະພັນລັດເຊຍ ໃນລະຫວ່າງວັນທີ 22 – 26 ເມສາ, ຕາມຄຳເຊື້ອເຊີນຈາກກະຊວງປ້ອງກັນປະເທດແຫ່ງສະຫະພັນລັດເຊຍ.

        ຄາດວ່າ, MCIS – 8 ລວມມີວາລະປະຊຸມຄົບຄະນະ 4 ຄັ້ງ, ວາລະປະຊຸມພິເສດ 4 ຄັ້ງ ແລະ ບັນດາການເຄື່ອນໄຫວພົບປະ 2 ຝ່າຍຢູ່ນອກກອງປະຊຸມ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ຢືນຢັນທີ່ຕັ້ງ, ບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງຕົນໃນບັນດາບັນຫາສາກົນ ແລະ ພາກພື້ນ; ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ແລະ ການພັດທະນາຂອງໂລກ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top