• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພິທັກຮັກສາ


ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ ​ໂຕ​ເລີ​ມ 
ສະ​ເໜີ​​ໃບສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍກຳລັງ​ພິທັກ​ຮັກສາ
(ພາບ: Quochoi.vn)

      ທີ່​ວາລະ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 15/08, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ ​ໂຕ​ເລີ​ມ ສະ​ເໜີ​​ໃບສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍກຳລັງ​ພິທັກ​ຮັກສາ. ຫລັງ​ຈາກ​ນັ້ນ, ທ່ານ ຫວໍ​ຈ້ອງ​ຫວຽດ ຫົວໜ້າກຳມາ​ທິການ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະຫງົບ​ສະພາ​ແຫ່ງ​ຊາດ ສະ​ເໜີ​ບົດ​ລາຍງານຜົນ​ແຫ່ງ​ການ​ກວດ​ກາ​ເບື້ອງ​ຕົ້ນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ກຳລັງພິທັກ​ຮັກສາ. ທີ່​ວາລະ​ປະຊຸມ, ບັນດາ​ຜູ້​ແທນ​ເຫັນ​ດີ​ຕໍ່​ໃບ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ຜົນ​ແຫ່ງ​ການ​ກວດກາ ​ແລະ ຖື​ວ່າ: ລັດຖະບັນຍັດ​ກຳລັງພິທັກ​ຮັກສາ​ໄດ້​ປະກາດ​ໃຊ້​ໃນ​ປີ 2005 ​ໄດ້​ສ້າງ​ພື້ນຖານ​ນິຕິ​ກຳ​ສຳຄັນ ​ເພື່ອ​ໃຫ້​ກຳລັງພິທັກ​ຮັກສາ​ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ປະກອບ​ສວ່ນຮັບ​ໃຊ້​ພາລະກິດ​ປົກ​ປັກ​ຮັກສາພັກ, ລັດ ກໍ່​ຄື​ວຽກ​ງານປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງຄົມ. ບັນດາ​ຜູ້​ແທນ​ຖື​ວ່າ: ​ເລື່ອງ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ກຳລັງ​ພິທັກ​ຮັກສາ ​ເພື່ອ​ຫັນ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ ປີ 2013 ​ເປັນ​ລະອຽດ ​ແມ່ນ​ຄວາມ​ຈຳ​ເປັນ, ທັງ​​ຮັບປະກັນ​ໃຫ້ການ​ເຄື່ອນ​ໄຫວ​ຮັກສາ​ຄວາມ​ປອດ​ໄພ, ຄວາມ​ເປັນລະບຽບ​ຮຽບຮ້ອຍ​ຂອງ​ກຳລັງ​ພິທັກ​ຮັກສາ​ໄດ້​ສະດວກ, ທັງ​ຮັບປະກັນ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ທີ່​ໄດ້ການ​ປະຕິບັດ​ຕາມ​ຂໍ້​ກຳ​ນົດຂອງ​ລັດຖະທຳ​ມະນູນ​ປີ 2013.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top