• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະນັກຮຽນ ຫວຽດນາມ ໄດ້ຮັບຫຼຽນຄໍາໃນການແຂ່ງຂັນ Olympic ປະດິດສ້າງສາກົນ

ນັກຮຽນຫວຽດນາມ 8 ທິມທີ່ເຂົ້າຮ່ວມງານແຂ່ງຂັນ Olympic ປະດິດສ້າງສາກົນປີ 2019 (WICO) ທີ່ດໍາເນີນຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 25 – 27 ກໍລະກົດ ລ້ວນແຕ່ໄດ້ຮັບຫຼຽນຄໍາ. ຄະນະຈັດຕັ້ງໄດ້ມອບລາງວັນ ໝູ່ຄະນະບັນລຸຜົນງານດີເລີດ ພ້ອມດ້ວຍ ຂັນດີເລີດໃຫ້ແກ່ຄະນະ.

ຄະນະນັກສຶກສາຫວຽດນາມ ທີ່ງານແຂ່ງຂັນ (ພາບ: nhandan.com.vn) 

ພ້ອມກັນນັ້ນ, ສະຫະສະມາຄົມປະດິດສ້າງ ອິນໂດເນເຊຍ ໄດ້ມອບລາງວັນ Special Prize ໃຫ້ແກ່ຜົນງານການປະດິດສ້າງ “ຜະລິດຕະພັນກໍາຈັດມົນລະພິດນໍ້າມັນ ດ້ວຍເຊື້ອ biofilm ຢູ່ຖ່ານຊີວະຈາກຂີ້ເກັບ” ແລະ ຜົນງານການປະດິດສ້າງ “ການໝູນໃຊ້ nano ເງິນ ເພື່ອຍົກສູງສະມັດຕະພາບຂອງອຸປະກອນກັນຕ່ອງນໍ້າຈືດທີ່ນໍາໃຊ້ພະລັງງານແສງຕາເວັນ” ຂອງຄະນະຫວຽດນາມ.

       ງານແຂ່ງຂັນ WICO ໂດຍສະຫະສະມາຄົມ ປະດິດສ້າງຂອງບັນດາມະຫາວິທະຍາໄລ ສ.ເກົາຫຼີ ຈັດຕັ້ງປະຈໍາປີ ແລະ ໄດ້ຮັບການອຸປະຖໍາໂດຍ ສະພາແຫ່ງຊາດ ສ.ເກົາຫຼີ. ການແຂ່ງຂັນດັ່ງກ່າວ ສະຫງວນໃຫ້ແກ່ນັກຮຽນ ມ2 - ມ7 ໃນທົ່ວໂລກ. ທີ່ການແຂ່ງຂັນ, ບັນດານັກຮຽນຈະຕ້ອງສະໜີຜົນງານການຄົ້ນຄວ້າ ແລະ ຕອບບັນດາຄໍາຖາມຂອງຄະນະກໍາມະການທີ່ໄດ້ຍົກອອກມາ. ບັນດາຫົວຂໍ້ຄົ້ນຄວ້າຕ້ອງມີລັກສະນະໃໝ່ອ່ຽມ, ມີຫົວຄິດປະດິດສ້າງ ແລະ ແທດເໝາະກັບຕົວຈິງ. 

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top