• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະນັກຮຽນ ຮ່າໂນ້ຍ ຍາດໄດ້ຜົນງານດີທີ່ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ປີ 2019

ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ຄັ້ງທີ 7 - ປີ 2019 (ITMC 2019) ແມ່ນການເສັງຄະນິດສາດທີ່ມີຊື່ສຽງ ສະຫງວນໃຫ້ບັນດານັກຮຽນທີ່ມີຄວາມນິຍົມຄະນິດສາດແຕ່ ປ2 ຫາ ມ6.

ຄະນະນັກຮຽນ ຮ່າໂນ້ຍ ຍາດໄດ້ຜົນງານດີທີ່ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ປີ 2019 (ພາບ:giaoducthoidai.vn)

ເຂົ້າຮ່ວມການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ຄັ້ງທີ 7 - ປີ 2019 (ITMC 2019) ໄດ້ຈັດຕັ້ງຢູ່ ໄທ, ຄະນະນັກຮຽນ ຮ່າໂນ້ຍ ຍາດໄດ້ຜົນງານສູງ, ລວມມີ 47 ລາງວັນ, ໃນນັ້ນມີຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 15 ຫຼຽນ, ຫຼຽນທອງ 23 ຫຼຽນ ແລະ ລາງວັນຊົມເຊີຍ 7 ລາງວັນ.

        ຄະນະນັກຮຽນ ຮ່າໂນ້ຍ ລວມມີ 52 ຄົນ ໄດ້ເຂົ້າຮ່ວມການເສັງ ITMC 2019 ຢູ່ປະເທດ ໄທ ໃນລະຫວ່າງວັນທີ 08 – 12 ກຸມພາ 2019 ພ້ອມກັບບັນດານັກຮຽນທີ່ມາຈາກບັນດາປະເທດໃນໂລກ. ການເສັງ “ຄົ້ນຫາຄວາມເກັ່ງກ້າສາມາດຄະນິດສາດສາກົນ” ຄັ້ງທີ 7 - ປີ 2019 (ITMC 2019) ແມ່ນການເສັງຄະນິດສາດທີ່ມີຊື່ສຽງ ສະຫງວນໃຫ້ບັນດານັກຮຽນທີ່ມີຄວາມນິຍົມຄະນິດສາດແຕ່ ປ2 ຫາ ມ6, ຈາກບັນດາປະເທດໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໂປ່ງ​ໃສ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ບົນ​ພື້ນ​ຖານ​ເສ​ລີ​ພາບ, ຍຸ​ຕິ​ທຳ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ

Top