• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຊາວໜຸ່ມ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື


ຄະນະ​ຜູ້​ແທນ​ສູນ​ກາງຄະນະຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ພົບ​ປະ​ເຈລະຈາ​
ກັບ​ຄະນະ​ຜູ້​ແທນ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ ປະຕິວັດ ລາວ
(ພາບ: vietnam+)

      ຕອນ​ບ່າຍ​ວັນ​ທີ 08/03 ຢູ່​ເມືອງ ຫຼັກ​ຊາວ ​ແຂວງ ບໍລິ​ຄຳ​ໄຊ ພາກ​ກາງ ລາວ​, ຄະນະ​ຜູ້​ແທນ​ສູນ​ກາງຄະນະຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໂດຍ​ທ່ານ ​ເລກ​ວກຟອງ, ​ເລຂາ​ທີ 1 ຄະນະ​ບໍລິຫານ​ງານສູນ​ກາງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ນຳ​ໜ້າ ​ໄດ້​ມີ​ການພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ ລາວ ​ໂດຍ​ທ່ານ ສອນ​ທະນູ ທຳ​ມະ​ວົງ ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ ລາວ ​ເປັນ​ຫົວ​ໜ້າ​ຄະນະ. ທີ່​ການ​ພົບ​ປະ​ເຈລະຈາ 2 ຝ່າຍ​ໄດ້​ເຫັ​ນດີ​ເປັນ​ເອກະພາບ​ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ສຶກສາອົບ​ຮົບໃຫ້ຊາວ​ໜຸ່ມ, ​ເຍົາວະ​ຊົນ 2 ປະ​ເທດ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າ​ງ 2 ປະ​ເທດ ຫວຽດນາມ - ລາວ; ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ 2 ​ອົງການຈັດ​ຕັ້ງ. ​ໃນ​ປີ 2017 2 ຝ່າຍ​ຈະ​ສືບ​ຕໍ່​ຮັກສາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ນັກທຸລະກິດ​ໜຸ່ມ, ​ໃນ​ນັ້ນ ຈະ​ຈັດ​ຕັ້ງ​ລາ​ຍການ​ພົບ​ປະ​ວິ​ສາ​ຫະກິດ​ໜຸ່ມ ຫວຽດນາມ - ລາວ ຢູ່ ລາວ ​ເພື່ອ​ນຳ​ການ​ເຄື່ອນ​ໄຫວ​ນີ້ ​ເຂົ້າ​ສູ່ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ແທດ​ຈິງ​ກ່ວາ​ອີກ.
 (ແຫຼ່ງຄັດຈາກ VOV)
                                                                                            

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top