• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກໍາມະການສັນຕິພາບ ແລະ ສາມັກຄີ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມື

      ສອງຝ່າຍ ຈະສືບຕໍ່ຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານສັນຕິພາບ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ພ້ອມກັນສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດແຫ່ງການສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ໂລກ.
            ໂດຍໄດ້ຮັບຄໍາເຊີນຂອງຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ, ຄະນະຜູ້ແທນ ຄະນະກໍາມະການສັນຕິພາບ ແລະ ສາມັກຄີ ຫວຽດນາມ ໂດຍທ່ານ ຟ້າມວັນເຈືອງ ຮອງປະທານຄະນະກໍາມະການ ເປັນຫົວໜ້າຄະນະ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່່າງວັນທີ 24 – 28 ທັນວາ.

 ການເຮັດວຽກລະຫວ່າງຄະນະກໍາມະການສັນຕິພາບ ແລະ ສາມັກຄີິ ສອງປະເທດ (ພາບ: huunghivietlao.thoidai.com.vn)
      ທີ່ການເຮັດວຽກ ກັບຄະນະຜູ້ແທນຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ, ໂດຍທ່ານ ອາລຸນໄຊ ສູນນະລາດ ຮອງປະທານຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ ເປັນຫົວໜ້າຄະນະ, ໃນຕອນບ່າຍວັນທີ 24 ທັນວາ, ທ່ານ ຟ້າມວັນເຈືອງ ໃຫ້ຮູ້ວ່າ ຄະນະກໍາມະການສັນຕິພາບ ແລະ ສາມັກຄີຫວຽດນາມ ຈະຕັ້ງໜ້າກະກຽມ ເພື່ອມີການປະກອບສ່ວນທີ່ດີທີ່ສຸດເຂົ້າໃນຜົນສໍາເລັດ ເມື່ອ ຄະນະກໍາມະການສັນຕິພາບ ແລະ ສາມັກຄີີ ລາວ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມພາກພື້ນ ອາຊີ ຂອງ ສະພາສັນຕິພາບໂລກ ໃນປີ 2019. ທ່ານ ອາລຸນໄຊ ສູນນະລາດ ເຊື່ອໝັ້ນວ່າ ສອງຝ່າຍ ຈະສືບຕໍ່ຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານສັນຕິພາບ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນທັດສະນະ ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນ, ພ້ອມກັນສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດແຫ່ງການສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພາຍໃນພາກພື້ນ ແລະ ໂລກ.
        ຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນຄະນະກໍາມະການສັນຕິພາບ ແລະ ສາມັກຄີ ຫວຽດນາມ ໄດ້ເຂົ້າຢ້ຽມຄໍ່ານັບທ່ານຮອງປະທານສະພາແຫ່ງຊາດລາວ ທັງເປັນປະທານຄະນະກໍາມະການສັນຕິພາບ ແລະ ສາມັກຄີ ລາວ ສົມພັນ ແພງຄໍາມີ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top