• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ສະເໜີແນະຂອງ ອີຢູ ກົງກັບແນວຄວາມຄິດຂອງ ຫວຽດນາມ ກ່ຽວກັບການສ້າງອາຊີບຫາປາພັດທະນາແບບຍືນຍົງ

      ພາຍຫລັງຄະນະກຳມະການ ເອີຣົບ (EC) ຍົກອອກ ບັດເຫຼືອງ ສຳລັບ ຫວຽດນາມ ເປັນເວລາ 1 ປີ ກ່ຽວກັບບັນດາການເຄື່ອນໄຫວຫາປາຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ໄດ້ຮັບການຄຸ້ມຄອງ (IUU), ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ  ເພື່ອສ້າງ ແລະ ພັດທະນາອາຊີບຫາປາແບບຍືນຍົງ.
      ວັນທີ 31 ຕຸລາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: 9 ຂໍ້ສະເໜີແນະຂອງສະຫະພາບ ເອີຣົບ ແມ່ນທິດກ້າວເດີນຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ພ້ອມກັບເລື່ອງນຳບັນດາຂໍ້ສະເໜີແນະຂອງ EC ເຂົ້າໃນກົດໝາຍວ່າດ້ວຍສິນໃນນ້ຳສະບັບປັບປຸງ, ກະຊວງພວມສຸມໃສ່ໂຄສະນາໃຫ້ຊາວປະມົງ ເປັນເຈົ້າການໃນການແຈ້ງເຂດຫາປາ ແລະ ຜະລິດຕະພັນໃນການຫາສິນທະເລ. ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢືນຢັນວ່າ: ຫວຽດນາມ ປາດຖະໜາໃນໄລຍະໄວທີ່ສຸດ, EC ຈະຖອນບັດເຫຼືອງຄືນ ສຳລັບການເຄື່ອນໄຫວຫາປາຂອງ ຫວຽດນາມ.
        ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດໃຊ້ໂຄງການດຳເນີນງານ ເພື່ອແກ້ໄຂບັດເຫຼືອງນີ້. ຕາມນັ້ນແລ້ວ, 28 ແຂວງແຄມທະເລທັງໝົດ, ບັນດາກະຊວງ, ຄະນະຂະແໜງການ, ບັນດາວິສາຫະກິດ, ຊາວປະມົງ ລ້ວນແຕ່ມີຄວາມຮັບຜິດຊອບເຂົ້າຮ່ວມ. ຊາວປະມົງ, ບັນດາກັບຕັນເຮືອ, ກະລາສີ, ພາຍຫລັງໄປຫາປາກັບມາ ຕ້ອງແຈ້ງ, ລາຍງານຕໍ່ຫົວໜ່ວຍທີ່ມີຄວາມຮັບຜິດຊອບຄຸ້ມຄອງຫົວໜ່ວຍສິນໃນນ້ຳຂັ້ນແຂວງ. ປະຕິບັດຕາມບັນດາຂໍ້ກຳນົດຂອງ ອີຢູ, ພວກເຮົາກໍ່ຍົກລະດັບພື້ນຖານດ້ານວັດຖຸຂອງບັນດາທ່າເຮືອ.
        ປັດຈຸບັນ, ຄະນະປະຕິບັດງານຂອງ ອີຢູ ລວມມີສະມາຊິກລັດຖະສະພາ 7 ຄົນ, ພວມມີການກວດກາການເຄື່ອນໄຫວອາຊີບຫາປາຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top