• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ຕົກລົງການຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ໃນເຂດສາມລ່ຽມພັດທະນາ

      ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ວັນທີ 18 ສິງຫາ, ກອງປະຊຸມຄັ້ງທີ 7 ຂອງ ກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມໄດ້ອອກຖະແຫຼງການຮ່ວມ.
        ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ວັນທີ 18 ສິງຫາ, ກອງປະຊຸມຄັ້ງທີ 7 ຂອງ ກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມໄດ້ອອກຖະແຫຼງການຮ່ວມເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ສະພາແຫ່ງຊາດ ແລະ ຊຸກຍູ້ການປະຕິບັດບັນດາໂຄງການຮ່ວມມືໃນເຂດສາມລ່ຽມພັດທະນາ (CLV – DTA) ເຊິ່ງລັດຖະບານ 3 ປະເທດໄດ້ເຫັນດີເປັນເອກະພາບແລ້ວ.

ກອງປະຊຸມຄັ້ງທີ ຂອງ ກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດລະຫວ່າງ ປະເທດ
ກຳປູເຈຍ - ລາວ - ຫວຽດນາມ (ພາບ:
VOV)
      ຕາມຖະແຫຼງການຮ່ວມແລ້ວ, ກອງປະຊຸມໄດ້ຕີລາຄາສູງການລາຍງານຂອງຜູ້ຕາງໜ້າຄະນະກຳມະການປະສານງານ CLV – DTA ຂອງ 3 ປະເທດ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານ ແບ່ງປັນ, ປັກຫຼັກໝາຍຊາຍ ແດນ, ເພີ່ມຄວາມໝັ້ນຄົງຂອງຫຼັກຊາຍແດນ, ຕ້ານອາດຊະຍາກໍາຂ້າມຊາຍແດນ ແລະ ຮັບປະກັນຄວາມສະຫງົບເຂດຊາຍແດນລະຫວ່າງ 3 ປະເທດໃນໄລຍະທີ່ຜ່ານມາ, ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດ, ຂໍ້ຕົກລົງທີ່ໄດ້ຍົກອອກມາຢູ່ຖະແຫຼງການຮ່ວມ, ໃນນັ້ນຕີລາຄາສູງຄວາມສຳຄັນຂອງການເພີ່ມທະວີການປະສານສົມທົບກັນລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານກໍ່ຄືບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ບັນດາການຮ່ວມມືລະຫວ່າງປະຊາຊົນ ແລະ ວິສາຫະກິດຂອງ 3 ປະເທດ.
        ຖະແຫຼງການຮ່ວມກໍ່ໄດ້ຮຽກຮ້ອງຢ່າງແຮງໂດຍ ລັດຖະບານ 3 ປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນ ແລະ ມີບັນດາວິທີການທີ່ຈຳເປັນເພື່ອສະກັດກັ້ນການຄ້າຂາຍທີ່ຜິດກົດໝາຍຄື ເຄື່ອງປ່າຂອງດົງ ແລະ ຢາເສບຕິດຂ້າມຊາຍແດນ. ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງການຂົນຂວາຍການໜູນຊ່ວຍຂອງບັນດາຄູ່ຮ່ວມມືພັດທະນາ ແລະ ລະບົບລະບຽບການການເງິນສາກົນເພື່ອແນໃສ່ຮັບໃຊ້ໃຫ້ແກ່ບັນດາແຜນການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳໃນພາກພື້ນ, ພິເສດໃນການປະຕິບັດແຜນການເຊື່ອມຕໍ່ພື້ນຖານເສດຖະກິດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ       ຈົນຮອດປີ 2030.
        ປະເທດກຳປູເຈຍຈະແມ່ນປະເທດເຈົ້າພາບຈັດຕັ້ງກອງປະຊຸມຄັ້ງທີ 8 ຂອງກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ໃນປີ 2021 ຢູ່ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)
 


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top