• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງເກີບໜັງຫວຽດນາມເປັນເຈົ້າການແຫຼ່ງວັດຖຸດິບເພື່ອຍາດແຍ່ງກາລະໂອກາດຈາກບັນດາສັນຍາການຄ້າ

ພາບປະກອບ
          ໃນ​ຊຸມ​ວັນ​ຕົ້ນ​ປີ 2016, ມີ​ວິ​ສາ​ຫະກິດ​ເກີບ​ໜັງ​ຫຼາຍ​ແຫ່ງ​ຂອງ ຫວຽດນາມ ​ເຊັນ​ໄດ້​ສັນຍາ​ສົ່ງ​ອອກ. ​ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າ​ປາຊີ​ຟິກ (TPP) ມີ​ຜົນ​ສັດ​ສິດ, ພາສີ​​ແມ່ນ 0% ​ໄດ້​ເປີດ​ກາລະ​ໂອກາດອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ຂະ​ແໜງ​ເກີບ​ໜັງ​ຢູ່​ຕະຫຼາດ ອາ​ເມ​ລິ​ກາ. ສ່ວນ​ສຳລັບ​ຕະຫຼາດ ​ເອີ​ລົບ, ປະຈຸ​ບັນ ຫວຽດນາມ ກວມ​ເອົາ 11% ​ເທົ່າ​ນັ້ນ, ດັ່ງ​ນັ້ນ, ​ເມື່ອ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ມີ​ຜົນ​ສັກສິດ, ລະດັບ​ການ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ​ເຂົ້າ​ຕະຫຼາດ​ນີ້​ກໍ​ສູງທີ່​ສຸດ. ປີ​ນີ້, ຂະ​ແໜງ​ເກີບ​ໜັງ ຫວຽດນາມ ວາງ​ຈຸດໝາຍ​ບັນລຸ​ວົງ​​ເງິນ​ສົ່ງ​ອອກ​​ປະມານ 17 ຕື້ USD, ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ປີ 2015. ທ່ານ​ນາງ ຟານ​ທິ​ແທງ​ຊວນ, ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ໜັງ - ​ເກີບ - ກະ​ເປົາ ຫວຽດນາມ, ​ໃຫ້​ຮູ້​ວ່າ:
        “ປະຈຸ​ບັນ, ອັດຕາ​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ​ແມ່ນ​ຕຳ່​ຫຼາຍ. ລັດ​ຕ້ອງ​ມີ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ, ບຸລິມະສິດ​ດ້ານ​ພາສີອາກອນ, ສ​້າງຕັ້ງ​ເຂດ​ອຸດສາຫະກິດພິ​ເສດສະ​ເພາະ​ໃຫ້​ແກ່​ຂະ​ແໜງ​ເພື່ອ​ປະຢັດ​ຄ່າ​ໃຊ້​ຈ່າຍ, ​ແຫຼ່ງກຳລັງ..., ສ້າງ​ການ​ເຊື່ອມ​ຕໍ່ລະຫວ່າງ​ຂະ​ແໜງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຜະລິດ, ສົ່ງ​ອອກ. ດຳລັດ​ກ່ຽວກັບ​ການ​ພັດທະນາ​ອຸດສາຫະກຳ​ສ​ຳຮ​ອງ​ໄດ້​ຮັບ​ການປະກາດ​ໃຊ້, ​ແຕ່​ເພື່ອ​ປະກົດ​ຜົນ​ເປັນ​ຈິງ​ຕ້ອງ​ມີ​​ເອກະສານ​ແນະນຳປະຕິບັດ ​ແລະ ບັນດາ​ການ​ປັບປຸງ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ວິ​ສາ​ຫະກິດ.”
(​ແຫຼ່ງຄັດ​ຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top