• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງຍຸຕິທຳ ສ້າງເງື່ອນໄຂເພື່ອໃຫ້ປະເທດຊາດພັດທະນາ

      ຕອນເຊົ້າວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຍຸຕິທຳ ປີ 2021, ກຳນົດທິດອາຍຸການ 2021 – 2025.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຂະແໜງຍຸຕິທຳ ທີ່ໄດ້ຜູກມັດຢ່າງແໜ້ນແຟ້ນ ລະຫວ່າງ ການກໍ່ສ້າງ, ປັບປຸງກົດໝາຍໃຫ້ສົມບູນແບບ ກັບການຍົກສູງປະສິດທິພາບ, ປະສິດທິຜົນຂອງການຈັດຕັ້ງປະຕິບັດກົດໝາຍ, ຮັບປະກັນສິດທິມະນຸດ ແລະ ສິດ, ຜົນປະໂຫຍດຂອງປະຊາຊົນໄດ້ດີກວ່າເກົ່າ, ຜ່ານນັ້ນ ປະກອບສ່ວນປົກປ້ອງຄວາມຍຸຕິທຳ, ສິດທິມະນຸດ, ສິດພົນລະເມືອງ, ຜົນປະໂຫຍດຂອງປະເທດຊາດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນ.
        ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຖືວ່າ, ລະບົບກົດໝາຍຕ້ອງສ້າງກຳລັງໜູນພັດທະນາປະເທດ, ທ່ານກ່າວວ່າ:
        ໃນໄລຍະເຕັກໂນໂລຢີພັດທະນາຢ່າງວ່ອງໄວດ້ວຍການປະຕິວັດອຸດສາຫະກຳ ຄັ້ງທີ 4 ນີ້, ກົດໝາຍຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການໃນໄລຍະນີ້ໄດ້, ເພື່ອບໍ່ໃຫ້ລະບອບກົດໝາຍກີດຂວາງການພັດທະນາຂອງປະເທດຊາດ, ຕ້ອງສ້າງເງື່ອນໄຂເພື່ອໃຫ້ຂໍ້ລິເລີ່ມ, ການປະດິດຄິດສ້າງ, ໂຄງການເລີ່ມຕົ້ນທຸລະກິດ ການລົງທະບຽນພັດທະນາຢູ່ພາຍໃນປະເທດ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top