• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງແຂວງຟູທໍ້ກາຍເປັນຫນຶ່ງໃນບັນດາແຂວງພັດທະນາແຖວຫນ້າຂອງເຂດພູດອຍ


​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ປະ​ດັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ​ໃຫ້​ແຂວງ​ຟູ​ທໍ້
ພາບ:phapluatplus.vn
 
      ຕອນ​ຄ່ຳ​ວັນ​ທີ 30/12 ຢູ່ ນະ​ຄອນ ຫວຽດ​ຈ​ີ ແຂວງ ຟູ​ທໍ້ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 125 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ(1891-2016), 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ຄືນ​ໃຫມ່ (1/1/1997-1/1/2017). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ: ແຂວງ ຟູ​ທໍ້ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​, ຮັບ​ປະ​ກັນ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ. ພ​ອ້ມ​ກັນ​ນັ້ນ ແຂວງ ສືບ​ຕໍ່​ຫັນ​ປ່ຽ​ນ​ອົງ​ປະ​ກອບ​ເສດ​ຖະ​ກິດ​ຢ່າງ​ແຮງຕາມ​ທິດ​ຕັ​້ງ​ຫນ້າ, ທັນ​ສະ​ໄຫມ. ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຊີ້​ແຈ້ງວ່າ:
“ແຂວງ​ຄວ​ນ​ເອົາ​ໃຈ​ໃສ່​ກໍ່​ສ້າງ ແລະ ຍົກ​ລະ​ດັບ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ​ຕ​າມ​ທິດ​ທັນ​ສະ​ໄຫມ, ຄົບ​ຊຸດ. ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ແຂວງ​ໃນ​ເຂດ​ຕາ​ເວັນ​ຕົກ​ສຽງ​ເຫນືອ ແລະ ນະ​ຄອນ​ຫລວງ ໃນ​ການກໍ່​ສ້າ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຂວງ, ນະ​ຄອນ ແລະ ທົ່ວ​ເຂດ. ລົງ​ທຶນກໍ່​ສ້າງ​ນະ​ຄອນ ຫວຽດ​ຈີ​ ກາຍ​ເປັນ​ນະ​ຄອນ​ແຫ່ງ​ງານ​ບຸນ​ອ​ວ່າຍ​ຫນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາດ​ຫວຽດ​ນາມ.”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top