• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ໋ວາງບີ່ງ ແມ່ນຈຸດນັດພົບດູດດື່ມຢູ່ ຫວຽດນາມ

      ປີ 2017 ແມ່ນປີທຳອິດ ທີ່ແຂວງ ກ໋ວາງບີ່ງ ຕ້ອນຮັບແຂກສາກົນໄດ້ 100.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 120% ເມືຶ່ອທຽບໃສ່ປີກາຍ

ຖ້ຳແຫ່ງໜຶ່ງຢູ່ ກ໋ວາງບີ່ງ 
      ເວັບໄຊກ່ຽວກັບການທ່ອງທ່ຽວໃຫຍ່ສຸດໃນໂລກ Trip Advisor ຫາກໍ່ປະກາດບັນຊີລາຍຊື່ 10 ສະຖານທີ່ທ່ອງທ່ຽວດູດດື່ມທີ່ສຸດ ຢູ່ ຫວຽດນາມ ໂດຍນັກທ່ອງທ່ຽວເລືອກເຟັ້ນ, ໃນນັ້ນ, ກ໋ວາງບີ່ງ ຢືນອັນດັບທີ 4 ຖັດຈາກ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ໂຫ້ຍອານ. ໃນການຄັດເລືອກຄັ້ງນີ້, ແຂວງ ກ໋ວາງບີ່ງ ໄດ້ລື່ນກາຍບັນດາສະຖານທີ່ພົ້ນເດັ່ນຄື: ດ່ານັ້ງ, ເຫ້ວ, ຊາປາ, ຍາຈາງ. ທ່ານ ດັ້ງດົງຮ່າ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ນີ້ໃຫ້ຮູ້ວ່າ: ປີ 2017 ແມ່ນປີທຳອິດ ທີ່ແຂວງ ກ໋ວາງບີ່ງ ຕ້ອນຮັບແຂກສາກົນໄດ້ 100.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 120% ເມືຶ່ອທຽບໃສ່ປີກາຍ:
        ຍົກສູງຄຸນນະພາບການບໍລິການ, ບັນດາຜະລິດຕະພັນການທ່ອງທ່ຽວໃໝ່, ເພີ່ມທະວີວຽກງານສົ່ງເສີມໂຄສະນາກ່ຽວກັບການທ່ອງທ່ຽວ ກ໋ວາງບີ່ງ ດ້ວຍຫຼາຍຮູບຫຼາຍແບບ, ຈັດຕັ້ງຫຼາຍເຫດການ, ຈັດຕັ້ງງານບຸນຖ້ຳ ກວາງບີ່ງປີ 2017, ຈັດຕັ້ງເຫດການປະກວດນາງງາມສັນຕິພາບໂລກ. ບັນດາເຫດການນີ້ໄດ້ສ້າງຄວາມດຶງດູດສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ.
 (ແຫຼ່ງຄັດຈາກ VOV)
 

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top