• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົມ​ການ​ເມືອງ​ເຮັດ​ວຽກ​ກັບ​ຄະ​ນ​ະ​ປະ​ຈຳ​ ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ​ກ່ຽວ​ກັບ​ການ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່ ​ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ​ຄັ້ງ​ທີ VII

ຕອນເຊົ້າວັນທີ 21 ກັນຍາ, ຢູ່ສຳນັກງານຫ້ອງການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ກົມການເມືອງໄດ້ມີການເຮັດວຽກກັບ ຄະນະປະຈຳຄະນະພັກ ຕຳຫຼວດສູນກາງ ເພື່ອປະກອບຄຳເຫັນເຂົ້າໃນບັນດາຮ່າງເອກະສານ ແລະ ວຽກການກະກຽມບຸກຄະລາກອນຄະນະພັກເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກຕຳຫຼວດສູນກາງ ຄັ້ງທີ VII, ອາຍຸການ 2020 – 2025.

ກົມການເມືອງໄດ້ມີການເຮັດວຽກກັບ ຄະນະປະຈຳຄະນະພັກ ຕຳຫຼວດສູນກາງ (ພາບ: TTXVN)

ສະຫຼຸບການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາຮ່າງເອກະສານ ແລະ ທິດທາງບຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກຕຳຫຼວດສູນກາງ, ທ່ານກໍ່ເນັ້ນໜັກວ່າ ກຳລັງຕຳຫຼວດປະຊາຊົນ ຕ້ອງເຫັນໄດ້ແຈ້ງ ທີ່ຕັ້ງ, ບົດບາດຂອງຕົນ, ພ້ອມກັບກອງທັບ, ຕຳຫຼວດ ແມ່ນກຳລັງປົກປ້ອງຄວາມສະຫງົບປອດໄພດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍສັງຄົມຢ່າງໝັ້ນແກ່ນເຂັ້ມແຂງ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ທ່ານກ່າວວ່າ:

ອົງການຕຳຫຼວດຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ສະຫງ່າລາສີ, ຜົນງານທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ ແລະ ເດັດຂາດບໍ່ໃຫ້ບໍ່ມີແນວຄິດພໍໃຈກັບຕົວເອງເຮັດໃຫ້ເກີດການປະໝາດ, ເສຍສະຕິລະວັງຕົວ. ນີ້ແມ່ນບັນຫາເປັນຕາຍຂອງລະບອບ, ດັ່ງນັ້ນຕ້ອງມີການຫັນປ່ຽນຢ່າງແຮງກ່ວາອີກ, ຕ້ອງຮັກສາໄດ້ຄວາມສະຫງົບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງເດັດຂາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top