• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກູບາປະກາດຂັ້ນຕອນຮັບເອົາຄຳເຫັນປະກອບຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນສະບັບໃຫມ່

ວັນທີ 11 ສິງຫາ, ສື່ມວນຊົນ ກູບາ ໄດ້ປະກາດຂັ້ນຕອນຮັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນສະບັບໃຫມ່ ທີ່ຫາກໍ່ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດໃນວັນທີ 22 ກໍລະກົດຜ່ານມາ.


ຊາວກູບາ ຄົ້ນຄ້ວາຮ່າງລັດຖະທຳມະນູນສະບັບໃຫມ່

ພາບ:EFE-EPA/TTXVN

ຕາມນັ້ນແລ້ວ  ຄຳເຫັນປະກອບຂອງປະຊາຊົນກູບາ ຢູ່ ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ໄດ້ຮັບການພິຈາລະນາ,  ຮັບປະກັນ ຂັ້ນຕອນທາບທາມຄຳເຫັນປະຊາທິປະໄຕ ໂດຍມີການເຂົ້າຮ່ວມທີ່ມີລັກສະນະສ້າງສັນຢ່າງແທ້ຈິງຂອງປະຊາຊົນ”. ຄາດວ່າ ຈະມີກວ່າ 4000 ຄົນເຂົ້າຮ່ວມການປະກອບຄຳເຫັນ. ນີ້ແມ່ນບາດກ້າວກະກຽມໃຫ້ແກ່ວິວັດການທາບທາມຄຳເຫັນຈາກມວນຊົນ ຊື່ງໄດ້ດຳເນີນແຕ່ວັນທີ 13 ສິງຫາ -ວັນທີ 15 ພະຈິກ. ຕໍ່ຈາກນັ້ນ ສະພາແຫ່ງຊາດ ກູບາ ຈະຈັດຕັ້ງການເອົາປະຊາມະຕິໃນວັນທີ 24 ກຸມພາປີ 2019 ແລະ ຫລັງຈາກນັ້ນ ຈະປ່ອນບັດຮັບຮອງເອົາເອກະສານນິຕິກຳສູງສຸດທີ່ກອງປະຊຸມພາຍຫລັງການເອົາປະຊາມະຕິ.

 (ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top