• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍລິສັດທ່ອງທ່ຽວໃຫຍ່ສຸດຂອງ ຍີ່ປຸ່ນ H.I.S ລົງທຶນເຂົ້າກາມແຣງ

      ຫວ່າງແລ້ວນີ້, ທ່ານ Hideo Sawada, ປະທານກຸ່ມບໍລິສັດທ່ອງທ່ຽວໃຫຍ່ທີ່ສຸດຍີ່ປຸ່ນ H.I.S ໄດ້ກຳນົດຈະເຂົ້າຮ່ວມການພັດທະນາເຂດພັກຜ່ອນບຳລຸງສຸຂະພາບ ແລະ ກໍ່ສ້າງໂຮງແຮມຢູ່ ກາມແຣງ, ແຂວງ ແຄ໋ງຮ່ວາ ໃນບົດສຳພາດຕໍ່ໜັງສືພິມ Nikkei. 

ພາບປະກອບ
      ທ່ານ Sawada ໄດ້ຕີລາຄາວ່າ: ກາມແຣງ ມີທີ່ຕັ້ງສະດວກໃນຂະນະທີ່ຫ່າງຈາກນະຄອນ ໂຮ່ຈີມິນ ພຽງປະມານ 1 ຊົ່ວໂມງບິນເທົ່ານັ້ນ, ນອກນັ້ນຍັງມີທ່າກ່ຳປັ່ນ ແລະ ຫາດຊາຍທະເລສວຍງາມ. ທ່ານໃຫ້ຮູ້ວ່າ H.I.S ຈະຮ່ວມມືກັບກຸ່ມບໍລິສັດແຫ່ງໜຶ່ງທີ່ຫາກໍ່ພົ້ນເດັ່ນຂອງ ຫວຽດນາມ ໃນໂຄງການກໍ່ສ້າງເຂດພັກຜ່ອນບຳລຸງສຸຂະພາບທີ່ມີຂອບຂະໜາດໃຫຍ່ດ້ວຍເງິນລົງທຶນປະມານ 200 ຕື້ເຢັນ (ປະມານ 1,8 ຕື້ USD), ລວມມີແຕ່ 5 – 6 ໂຮງແຮມ, ໃນນັ້ນ, H.I.S ຮັບຜິດຊອບກໍ່ສ້າງແຕ່ 1 ຫຼື 2 ໂຮງແຮມ. ຕາມທ່ານ Sawada ແລ້ວ, ເຈົ້າຂອງລົງທຶນ ຫວຽດນາມ ພວມຢາກສ້າງຮູບແບບສວນສາທາລະນະບັນເທິງຂະໜາດໃຫຍ່ຢູ່ເຂດພັກຜ່ອນບຳລຸງສຸຂະພາບ ແລະ ເອົາໃຈໃສ່ເຖິງການວາດພາບເຂດຖະໜົນຄ້າຍຄືກັນກັບຮູບແບບເຂດບັນເທິງ Huis Ten Bosch ຢູ່ແຂວງ Nagasaki ຂອງປະເທດ ຍີ່ປຸ່ນ ເຊິ່ງທ່ານພວມເປັນປະທານ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top