• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງຕຳຫລວດປະຊາຊົນເສີມຂະຫຍາຍກຳລັງແຮງສັງລວມ

      ລັງຕຳຫລວດປະຊາຊົນເສີມຂະຫຍາຍກຳລັງແຮງສັງລວມ, ຮັກສາຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃຫ້ໝັ້ນຄົງ

ທ່ານ ເຈີ່ນດ້າຍກວາງ ທີ່ການພົບປະສັງສັນກັບຄະນະຜູ້ແທນຕຳຫລວດເສຍອົງຄະ,
 ແບບຢ່າງດີເດັ່ນໃນກຳລັງຕຳຫລວດປະຊາຊົນ
      ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ທີ່ການພົບປະສັງສັນກັບຄະນະຜູ້ແທນຕຳຫລວດເສຍອົງຄະ, ຍາດຕີພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ແບບຢ່າງດີເດັ່ນໃນກຳລັງຕຳຫລວດປະຊາຊົນ ໃນວັນທີ 11 ກໍລະກົດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2017), 55 ປີແຫ່ງວັນມູນເຊື້ອກຳລັງຕຳຫລວດປະຊາຊົນ (20/07/1962 – 20/07/2017). ທີ່ການພົບປະສັງສັນ, ທ່ານປະທານປະເທດຍ້ອງຍໍ, ຊົມເຊີຍບັນດາວິລະກຳ, ຜົນງານດີເດັ່ນພິເສດ ຊຶ່ງກຳລັງຕຳຫລວດປະຊາຊົນບັນລຸໄດ້ໃນຕະຫລອດໄລຍະ 55 ປີຜ່ານມາ. ທ່ານປະທານປະເທດເນັ້ນໜັກວ່າ ໃນສະພາບປະຈຸບັນ, ກຳລັງຕຳຫລວດປະຊາຊົນ, ຄວນປະຕິບັດບົດບາດແກ່ນສານ, ປະຈັນບານໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມເປັນຢ່າງດີ. ກຳລັງຕຳຫລວດປະຊາຊົນ ຄວນສົມທົບຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍບັນດາເຫດການສຳຄັນຂອງປະເທດຊາດ, ຈຸດສຸມແມ່ນປ້ອງກັນຄວາມສະຫງົບປອດໄພປີ APEC 2017 ແລະ ສັບປະດາຂັ້ນສູງ ຈະດຳເນີນຢູ່ ດ່າໜັງ ໃນເດືອນ ພະຈິກ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top