• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປັ່ນຮົບ HMS Albion ຂອງກອງທັບເຮືອແຫ່ງລາຊະອານາຈັກອັງກິດຢ້ຽມຢາມຫວຽດນາມ

      ຕອນເຊົ້າວັນທີ 3 ກັນຍາ, ກຳປັ່ນຮົບ HMS Albion ຂອງກອງທັບເຮືອແຫ່ງລາຊະອານາຈັກອັງກິດໂດຍທ່ານພັນເອກ Tim Neild ເປັນຜູ້ບັນຊາ ໄດ້ເຂົ້າທຽບທ່າກຳປັ່ນສາກົນນະຄອນໂຮ່ຈິມິນເລີ່ມຕົ້ນການຢ້ຽມຢາມມິດຕະພາບຫວຽດນາມເປັນເວລາ 4 ວັນ

ຄະນະບັນຊາການ ກຳປັ່ນຮົບ HMS Albion ຢ້ຽມຢາມຫວຽດນາມ
      ການຢ້ຽມຢາມຫວຽດນາມຂອງ ກຳປັ່ນຮົບ HMS Albion ຄັ້ງນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງດານທູດລະຫວ່າງຫວຽດນາມ-ອັງກິດ (11ກັນຍາປີ 1973 - 11 ກັນຍາປີ 2018)  ແລະ ຜັນຂະຫຍາຍເນື້ອໃນຂໍ້ຕົກລົງລະຫວ່າງການນຳກະຊວງປ້ອງກັນປະເທດຂອງ 2 ປະເທດ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງ 2 ປະເທດ.
    ໃນໄລຍະຢ້ຽມຢາມຫວຽດນາມ, ຄະນະບັນຊາການ ກຳປັ່ນຮົບ HMS Albion  ໄດ້ເຂົ້າຢ້ຽມຄຳນັບການນຳນະຄອນໂຮ່ຈິມິນ, ກອງບັນຊາການທະຫານເຂດ 7 ແລະ ກອງບັນຊາການທະຫານເຮືອເຂດ 2; ແຂ່ງຂັນກິລາມິດຕະພາບກັບທະຫານເຂດ 2 ແລະ ກອງບັນຊາການທະຫານເຂດ 7 .
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top