• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​​ສົນ​ທະ​ນາ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ນະ​ໂຍ​ບາຍ​ການປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ນິວ​ຊີ​ແລັນ ຄັ້ງ​ທີ 3

ຕອນເຊົ້າວັນທີ 02 ທັນວາ, ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບທ່ານ Andrew Bridgman, ເລຂາທິການໃຫຍ່ກະຊວງປ້ອງກັນຊາດ ນິວຊີແລັນ ໄດ້ເປັນປະທານກອງປະຊຸມສົນທະນາປຶກສາຫາລືກ່ຽວກັບນະໂຍບາຍການປ້ອງກັນຊາດ ຫວຽດນາມ - ນິວຊີແລັນ ຄັ້ງທີ 3 ຕາມຮູບການທາງອອນລາຍ.

ກອງປະຊຸມສົນທະນາປຶກສາຫາລືກ່ຽວກັບນະໂຍບາຍການປ້ອງກັນຊາດ ຫວຽດນາມ - ນິວຊີແລັນ ຄັ້ງທີ 3 ຖືກຈັດຂຶ້ນຕາມຮູບການທາງອອນລາຍ (ພາບ:qdnd.vn)

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາວ່າ ການຮ່ວມມືດ້ານປ້ອງກັນຊາດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີເງື່ອນໄຂສະດວກເພື່ອພັດທະນາ, ພິເສດແມ່ນເມື່ອສອງປະເທດກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນ. ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າ ນັບແຕ່ປີໜ້າ ຈະຄົ້ນຄວ້າຈັດຕັ້ງການພົບປະຂັ້ນລັດຖະມນຕີກະຊວງປ້ອງກັນຊາດຄັ້ງຕ່າງໆເປັນປະຈຳປີ; ສ້າງແຜນການຮ່ວມມື 3 ປີ ຕໍ່ໄປ ເພື່ອນຳການຮ່ວມມືດ້ານປ້ອງກັນຊາດໃຫ້ຂຶ້ນສູ່ລະດັບໃໝ່ເທື່ອລະກ້າວ ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

        ເມື່ອເຕື້ອງເຖິງສະພາບການໂລກ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳກະຊວງປ້ອງກັນຊາດສອງປະເທດ ໄດ້ເປັນເອກະພາບກັນຕໍ່ຄວາມຮັບຮູ້ລວມກ່ຽວກັບຫຼັກການເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ. ສອງຝ່າຍເຊື່ອໝັ້ນວ່າ ມີພຽງແຕ່ການຮ່ວມມືກັນເທົ່ານັ້ນ ໂລກຈຶ່ງມີສັນຕິພາບ, ຮ່ວມແຮງຮ່ວມໃຈເພື່ອຜ່ານຜ່າ ແລະ ຟື້ນຟູພາຍຫຼັງໂລກລະບາດເທື່ອລະກ້າວ.

(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top