• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສົນ​ທະ​ນາ​ລະ​ຫວ່າງ​ເຈົ້າ​ໜ້າ​ປ້ອງ​ກັ​ນ​ປະ​ເທດ ເວ​ທີ​ປ​າ​ໄສ​ພາກ​ພື້ນ ອາ​ຊຽນ

ຕອນເຊົ້າວັນທີ 20 ພຶດສະພາ, ກອງປະຊຸມສົນທະນາລະຫວ່າງເຈົ້າໜ້າທີ່ປ້ອງກັນປະເທດ ເວທີປາໄສພາກພື້ນ ອາຊຽນ (ARF DOD) ຖືກດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານ Haji Adi Ihram Bin Dato Paduka Haji Mahmud, ຮອງເລຂາ ຜູ້ປະຈຳການກະຊວງປ້ອງກັນປະເທດ ບຣູໄນ ແລະ ທ່ານ David Lewis, ຜູ້ຊ່ວຍວຽກທ່ານເລຂາທິການໃຫຍ່ປ້ອງກັນປະເທດຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກະຊວງປ້ອງກັນປະເທດ ອົດສະຕາລີ.
ທ່ານພົນຕີ ຫວູຈ໊ຽນຖັ໊ງ ເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

ໃນການສົນທະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄຸນປະໂຫຍດຂອງເຕັກໂນໂລຢີໃໝ່ສຳລັບອົງການປ້ອງກັນຊາດໃນການບັນລຸໄດ້ບັນດາເປົ້າໝາຍກ່ຽວກັບຄວາມໝັ້ນຄົງ ແລະ ການຮັບມືກັບຄວາມສ່ຽງທົ່ວໄປໄດ້ຢ່າງມີປະສິດທິຜົນ; ແບ່ງປັນກ່ຽວກັບສິ່ງທ້າທາຍ ເຊິ່ງບັນດາປະເທດພວມປະເຊີນໜ້າໃນການຮັບມືກັບຄວາມສ່ຽງຈາກເຕັກໂນໂລຢີໃໝ່ ກໍຄື ບົດຮຽນປະສົບການ.

        ບັນດາຜູ້ແທນກໍໄດ້ແບ່ງປັນທັດສະນະກ່ຽວກັບເລື່ອງເຮັດໃຫ້ເວທີປາໄສ ARF DOD ມີຄວາມຫຼາກຫຼາຍ ແລະ ຮັບປະກັນມີການປະກອບສ່ວນຢ່າງຕໍ່ເນື່ອງເຂົ້າໃນການບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ; ພ້ອມທັງປຶກສາຫາລື, ຕົກລົງເປັນເອກະພາບໂຄງການດຳເນີນງານ ເພື່ອກະກຽມໃຫ້ແກ່ກອງປະຊຸມນະໂຍບາຍປ້ອງກັນຊາດ ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 18 (ASPC – 18) ໂດຍ ບຣູໄນ ເປັນເຈົ້າພາບຈັດຕັ້ງ ຕາມຮູບການທາງອອນລາຍ ໃນເດືອນພຶດສະພາ 2021. 

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top