• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳພັກ, ລັດ​ເຂົ້າ​ສຸ​ສານ​ໄວ້ອາ​ໄລ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາ​ດສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ຊາດ ຫວ​ຽດ​ນາມ​ວັນ​ທີ 2 ກັ​ນ​ຍາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2019), ຕອນເຊົ້າວັນທີ 30 ສິງຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ.

ການນຳ ຫວຽດນາມເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ຢູ່ຮ່າໂນ້ຍ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເມິນ ເຂົ້າຮ່ວມພິທີໄວ້ອາໄລ.

        ເຂົ້າຮ່ວມພິທີຍັງມີ: ທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ເຈິນດຶກເລຶອງ ອະດີດປະທານປະເທດ, ທ່ານ ຫງວຽນຊິງຮຸ່ງ ອະດີດປະທານສະພາແຫ່ງຊາດພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ບັນດາພະນັກງານປະຕິວັດຜູ້ອາວຸໂສ ແລະ ການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

        ຫຼັງຈາກນັ້ນ, ຄະນະຜູ້ແທນກໍ່ໄດ້ໄປວາງພວງມາລາໄວ້ອາໄລບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຖະໜົນບັກເຊີນ, ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top