• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ

ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 9 ກັນຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບພະນັກງານສະຖານທູດ, ຜູ້ຕາງໜ້າ ສະມາຄົມ ຊາວ ຫວຽດນາມ ຢູ່ ຮຸງກາຣີ. 

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຖ່າຍຮູບກັບພະນັກງານສະຖານທູດ ແລະຕາງໜ້າຊາວຫວຽດນາມ ຢູ່ຮຸງກາຣີ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ການຢ້ຽມຢາມ ຄັ້ງນີ້ ກໍ່ແມ່ນການຢ້ຽມຢາມ ຮຸງກາຣີ ຄັ້ງທຳອິດຂອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແນໃສ່ປັບປຸງ, ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານ ກັບ ຮຸງກາຣີ ໃຫ້ເລິກເຊິ່ງກວ່າເກົ່າ.  ໃນບັນດາການພົບປະເຈລະຈາ ກັບ ບັນດາການນຳຂອງ ຮຸງກາຣີ ໃນຊຸມວັນທີ່ຈະມາເຖິງ, ສອງຝ່າຍຈະຕີລາຄາສະພາບການຮ່ວມມືສອງຝ່າຍ, ຍົກລະດັບການຮ່ວມມືສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”, ວາງອອກທິດທາງໃໝ່, ສ້າງບັນດາບາດກ້າວທີ່ຕັ້ງໜ້າ ແລະ ແທ້ຈິງກວ່າເກົ່າໃນທຸກຂົງເຂດ, ພິເສດແມ່ນທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການປ້ອງກັນຊາດ, ການຮ່ວມມືພັດທະນາ ລະຫວ່າງ ສອງປະເທດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຫວັງວ່າ ຊາວຫວຽດນາມ ແຕ່ລະຄົນທີ່ອາໄສຢູ່ປະເທດ ຮຸງກາຣີ ຈະເປັນພາກສ່ວນແກ່ນສານ, ເປັນຂົວຕໍ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ຮຸງກາຣີ, ເສີມຂະຫຍາຍມູນເຊື້ອຂອງຊາດ, ເຂົ້າຮ່ວມປະກອບສວ່ນຫຼາຍຂຶ້ນໃນການສ້າງສາ ແລະ ພັດທະນາປະເທດຊາດ, ຄວາມສາມັກຄີ, ຮັກສາ ແລະ ເສີມຂະຫຍາຍ ສີສັນວັດທະນະທຳແຫ່ງຊາດ.

ໃນຕອນບ່າຍວັນດຽວກັນ (9/9), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານປະທານພັກ ສັງຄົມ ຮຸງກາຣີ Toth Bertalan.

 (ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top