ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ການຢ້ຽມຢາມ ຄັ້ງນີ້ ກໍ່ແມ່ນການຢ້ຽມຢາມ ຮຸງກາຣີ ຄັ້ງທຳອິດຂອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແນໃສ່ປັບປຸງ, ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານ ກັບ ຮຸງກາຣີ ໃຫ້ເລິກເຊິ່ງກວ່າເກົ່າ. ໃນບັນດາການພົບປະເຈລະຈາ ກັບ ບັນດາການນຳຂອງ ຮຸງກາຣີ ໃນຊຸມວັນທີ່ຈະມາເຖິງ, ສອງຝ່າຍຈະຕີລາຄາສະພາບການຮ່ວມມືສອງຝ່າຍ, ຍົກລະດັບການຮ່ວມມືສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”, ວາງອອກທິດທາງໃໝ່, ສ້າງບັນດາບາດກ້າວທີ່ຕັ້ງໜ້າ ແລະ ແທ້ຈິງກວ່າເກົ່າໃນທຸກຂົງເຂດ, ພິເສດແມ່ນທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການປ້ອງກັນຊາດ, ການຮ່ວມມືພັດທະນາ ລະຫວ່າງ ສອງປະເທດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຫວັງວ່າ ຊາວຫວຽດນາມ ແຕ່ລະຄົນທີ່ອາໄສຢູ່ປະເທດ ຮຸງກາຣີ ຈະເປັນພາກສ່ວນແກ່ນສານ, ເປັນຂົວຕໍ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ຮຸງກາຣີ, ເສີມຂະຫຍາຍມູນເຊື້ອຂອງຊາດ, ເຂົ້າຮ່ວມປະກອບສວ່ນຫຼາຍຂຶ້ນໃນການສ້າງສາ ແລະ ພັດທະນາປະເທດຊາດ, ຄວາມສາມັກຄີ, ຮັກສາ ແລະ ເສີມຂະຫຍາຍ ສີສັນວັດທະນະທຳແຫ່ງຊາດ.
ໃນຕອນບ່າຍວັນດຽວກັນ (9/9), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານປະທານພັກ ສັງຄົມ ຮຸງກາຣີ Toth Bertalan.
(ແຫຼ່ງຄັດຈາກ VOV)