• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 229 ປີແຫ່ງໄຊຊະນະຫງອກໂຮ່ຍ - ດົ໋ງດາ

      ຕອນເຊົ້າວັນທີ 20 ກຸມພາ (ກົງກັບວັນທີ 5 ເດືອນຈ່ຽງໄລ່ຕາມຈັນທະປະຕິທິນ), ງານບຸນສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ອາໄລຫາບຸນຄຸນຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫ້ວ ພ້ອມກັບບັນດານາຍພົນ, ທະຫານ ໄຕເຊີນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ
(ພາບ: hanoimoi.com.vn)
      ໄດ້ດຳເນີນໄປຢ່າງສົມກຽດຢູ່ສວນສາທາລະນະວັດທະນະທຳດົ໋ງດາ, ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ຖະຫວາຍທູບທຽນທີ່ງານບຸນ.
        ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນເມືອງ ດົ໋ງດາ ວໍງວຽນຟອງ ໄດ້ຫວນຄືນວິລະກຳທີ່ສະຫງ່າອົງອາດຂອງນັກຮົບວິລະຊົນ ກວາງຈຸງ - ຫງວຽນເຫ້ວ ທີ່ໄດ້ຕີໄຊຊະນະທະຫານ ໝານຈິງ 20 ໝື່ນກວ່າຄົນ, ປົດປ່ອຍເມືອງຫຼວງທັງລອງ, ຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ.
        ຕອນເຊົ້າວັນດຽວກັນ, ຢູ່ວິຫານເຈົ້າຊີວິດກວາງຈຸງ, ທີ່ພູ ຢຸງກວ໋ຽດ, ແຂວງ ເງ້ອານ, ເຊິ່ງແມ່ນແຫ່ງເຈົ້າຊີວິດກວາງຈຸງ ເລືອກເຟັ້ນເພື່ອສ້າງເມືອງຫຼວງ, ໄດ້ຈັດພິທີສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ເຊັ່ນດຽວກັນ.
        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ກຸມພາ, ພິທີສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ກໍຖືກຈັດຂຶ້ນຢູ່ເມືອງ ໄຕເຊີນ, ແຂວງບິ່ງດິ້ງ, ເຊິ່ງແມ່ນບ້ານເກີດເມືອງນອນຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫ້ວ. ອ່ານສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ຫງວຽນຕ໋ວນແທງ ຊີ້ແຈ້ງວ່າ.
        “ໂດຍເສີມຂະຫຍາຍຈິດໃຈໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ອະມະຕະ ແລະ ການບຸກໂຈມຕີໄວ, ຍາດເອົາໄຊນະນະຂອງເຈົ້າຊີວິດກວາງຈຸງ, ຕໍ່ໜ້າສະພາບການໃໝ່ຂອງປະເທດຊາດໄດ້ກະຕຸກຊຸກຍູ້ໃຫ້ພວກເຮົາຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ມານະພະຍາຍາມສູ້ຊົນສ້າງແຂວງ ບິ່ງດິ້ງ ໃຫ້ພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່. ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດພາລະກິດປ່ຽນແປງໃໝ່ຢ່າງມີໄຊ, ສູ້ຊົນເພື່ອຄາດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.
 (ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top