• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວນຳ້ມັນອາຍແກສຂອງຫວຽດນາມແມ່ນດຳເນີນຢູ່ເຂດທະເລຂອງຫວຽດນາມ

      ວັນທີ 28/7/2017, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາຄຳເຫັນ, ຂໍ້ມູນຂ່າວຫວ່າງແລ້ວນີ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວນຳ້ມັນອາຍແກສຂອງ ຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ, ຊີ້ແຈ້ງວ່າ:

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
(ພາບ: thanhnien.vn)
      ການເຄື່ອນໄຫວກ່ຽວຂ້ອງເຖິງນ້ຳມັນອາຍແກສຂອງ ຫວຽດນາມ ແມ່ນດຳເນີນໃນເຂດທະເລທີ່ຂຶ້ນກັບອະທິປະໄຕ ແລະ ສິດຕັດສິນຂອງ ຫວຽດນາມ ເຊິ່ງໄດ້ຮັບການກຳນົດເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ສະເໜີຝ່າຍຕ່າງໆທີ່ກ່ຽວຂ້ອງເຄົາລົບບັນດາສິດ, ຜົນປະໂຫຍດອັນສອບທຳ, ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ແລະ ພ້ອມກັນມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງເຂົ້າໃນການຮັກສາສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ“.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top