• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ27/7

      ຕອນຄຳ່ວັນທີ 22 ກໍລະກົດ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມໄດ້ເຂົ້າຮ່ວມລາຍການສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບເສຍສະຫລະຊີວິດເພື່ອຊາດ ຊື່ງຈັດຂຶ້ນຢູ່ ຮ່າໂນ້ຍ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢື້ຢາມຖາມຂ່າວເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ
ນັກຮົບເສຍສະຫລະຊີວິດເພື່ອຊາດ
      ກ່າວຄຳເຫັນນະທີ່ນີ້, ພົນຕີ ເລວັນເຮີນ, ປະທານສະມາຄົມຫນູນຊ່ວຍຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ ຫວຽດນາມ ໃຫ້ຮູ້ວ່າ: 70 ປີຜ່ານມາ ດ້ວຍຂະບວນການຕອບບຸນແທນຄຸນ, ພັກ ແລະ ລັດ ໄດ້ມີການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ເພື່ອລະດົມກຳລັງໃຈ, ເບິ່ງແຍງດູແລ, ຫນູນຊ່ວຍຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຕໍ່ການປະຕິວັດ.  
ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຜູ້ແທນກວ່າ 400 ຄົນ ແມ່ນແມ່ຫວຽດນາມ ວິລະຊົນ, ບັນດາທະຫານເສຍອົງຄະ, ຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີ, ການນຳບາງກະຊວງ ຂະແຫນງການ ພ້ອມກັບ ປະຊາຊົນ ແຂວງ ກວ໋າງນາມ ໄດ້ເຂົ້າຮ່ວມພິທີສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ເຂົ້າຮ່ວມລາຍການສະແດງສິລະປະ ເນື່ອງໃນເຫດການດັ່ງກ່າວ. ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບໃບປະເທດຊາດຮັບຮູ້ຄຸນງາມຄວາມດີໃຫ້ແກ່ຍາດຕິພີ່ນອງຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top