• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໃນການຢ້ຽມຢາມມົງໂກນຢ່າງເປັນທາງການ

      ໂດຍສືບຕໍ່ການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕອນບ່າຍວັນທີ 5 ພຶດສະພາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ໃຫ້ການຕ້ອນຮັບ ຄະນະອຳນວຍການ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນມັດທະຍົມເລກ 14 ໃສ່ຊື່ປະທານ ໂຮ່ຈິມິນ ຢູ່ ນະຄອນຫລວງ Ulan Bator. 

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງໂອ້ລົມກັບພະນັກງານສະຖານທູດຫວຽດນາມ
      ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ສະແດງຄວາມຂອບໃຈຕໍ່ອຳນວຍການໂຮງຮຽນ ເຊິ່ງ ຍາມໃດກໍໍ່ມີຄວາມເອົາໃຈໃສ່ຮັກສາພັດທະນາສູນວັດທະນະທຳ ໂຮ່ຈິມິນ, ຈັດຕັ້ງການເສັງ, ຊອກຮູ້ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນເປັນປະຈຳ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບອຸປະກອນການສຶກສາຈຳນວນຫນຶ່ງໃຫ້ໂຮງຮຽນ. ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ຕ້ອນຮັບ ທ່ານ S.Dashsevel, ປະທານສະມາຄົມມິດຕະພາບ ມົງໂກນ - ຫວຽດນາມ. ຕອນເຊົ້າວັນທີ 10 ພຶດສະພາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ເດີນທາງອອກຈາກ ມົງໂກນ ໄປຢ້ຽມຢາມ ໂຕກຽວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ຍິງທົ່ວໂລກ ຄັ້ງທີ 27 ແລະ ຢ້ຽມຢາມ ຍີ່ປຸ່ນ ແຕ່ວັນທີ 10 – 16/5.
(ແຫຼ່ງຄັດຈາກ VOV)
            

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top