• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົນທະນາພາກລັດ-ເອກະຊົນກ່ຽວກັບແມ່ຍິງແລະເສດຖະກິດ APEC 2017

      ຕອນບ່າຍວັນທີ 28 ກັນຍາ, ການສົນທະນາພາກລັດ - ເອກະຊົນກ່ຽວກັບແມ່ຍິງ ແລະ ເສດຖະກິດຢູ່ນະຄອນເຫ້ວ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ເປັນປະທານຮ່ວມຈັດຕັ້ງ ໄດ້ສິ້ນສຸດລົງຢ່າງຈົບງາມ.

ການສົນທະນາພາກລັດ-ເອກະຊົນກ່ຽວກັບແມ່ຍິງແລະເສດຖະກິດ APEC 2017
(ພາບ: VGP)
      ນີ້ແມ່ນການເຄື່ອນໄຫວຕົ້ນຕໍໃນຂອບເຂດເວທີປາໄສແມ່ຍິງ ແລະ ເສດຖະກິດ APEC ປີ 2017.
        ກ່າວຄຳເຫັນນະທີ່ນີ້, ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ, ທີ່ປຶກສາຂັ້ນສູງຄະນະເລຂາແຫ່ງຊາດ APEC 2017, ໃຫ້ຮູ້ວ່າ.
        “ແທດຈິງທີ່ສຸດໃນນື້ນີ້ແມ່ນໄດ້ຢືນຢັນຄືນໃໝ່ວ່າ ເລື່ອງ APEC ສືບຕໍ່ນຳໜ້າໃນບັນຫາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໜ້າທີ່ໃຫ້ແມ່ຍິງໃນຂົງເຂດເສດຖະກິດ ແລະ ມີການປະກອບສ່ວນຂອງແມ່ຍິງໃນການພັດທະນາເສດຖະກິດຂອງພາກພື້ນ. ທີ 2 ແມ່ນ, ຂໍ້ຕົກລົງລວມ ແລະ ຄວາມມຸ່ງມາດປາດຖະໜາລວມຂອງທຸກໆຄົນ ແມ່ນຕ້ອງມີການກະທຳຢ່າງລະອຽດທີ່ສຸດເພື່ອເພີ່ມທະວີ ແລະ ຫັນບັນດາເປົ້າໝາຍຂອງ APEC ເປັນຕົວຈິງໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງ. ຄຽງຂ້າງການສ້າງວິໄສທັດນັ້ນ, ກໍຕ້ອງຖືເປັນສຳຄັນບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໜ້າທີ່ໃນຂົງເຂດເສດຖະກິດໃຫ້ແກ່ແມ່ຍິງ. ນີ້ກໍ່ແມ່ນເປົ້າໝາຍເພື່ອໃຫ້ APEC ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ໝັ້ນຄົງກວ່າ”.
        ກອງປະຊຸມກໍ່ຖືວ່າການ, ມອບສິດໜ້າທີ່ໃຫ້ແກ່ແມ່ຍິງ, ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງເຂົ້າໃນຂົງເຂດເສດຖະກິດ ແມ່ນກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມໃນພາກພື້ນ APEC.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top