• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນ ຫວຽດນາມ-ເບລາຣູດສ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາກວ່າອີກ

      ຕອນບ່າຍວັນທີ 26 ມິຖຸນາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ Minsk, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານາທິບໍດີ Alexander Lukashenko.


ທ່ານປະທານປະເທດ ເຈີນດ້າຍກວ້າງ ຢ້ຽມຢາມ ເບລາຮູດສ ຢ່າງເປັນທາງການ
(ພາບປະກອບ)
      ພາຍຫຼັງໄປຮອດນະຄອນຫຼວງ Minsk, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະກັບຜູ້ຕາງໜ້າສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ແລະ ບັນດານັກຮົບເກົ່າ ເບລາຣຸດ ເຄີຍເຂົ້າຮ່ວມການສູ້ຮົບຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງການປະກອບສ່ວນຕັ້ງໜ້າຂອງສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ແລະ ເບລາຣຸດ - ຫວຽດນາມ ເຂົ້າໃນການປັບປຸງ ແລະ ເຮັດໃຫ້ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານກ່າວວ່າ:     
        ຂ້າພະເຈົ້າຫວັງວ່າສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ກໍ່ຄືສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ໄດ້ຮັບຮອງເອົາການເຄື່ອນໄຫວພົວພັນແລກປ່ຽນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ ແລະ ປະກອບສ່ວນຕັ້ງໜ້າ, ມີປະສິດທິຜົນເຂົ້າໃນການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ພິເສດແມ່ນການສຶກສາລຸ້ນໜຸ່ມ 2 ປະເທດເຄົາລົບ, ຮັກສາ ແລະ ປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ຊາດ. ສະມາຊິກສະມາຄົມແຕ່ລະຄົນແມ່ນນັກການທູດຜູ້ໜຶ່ງທີ່ຖ່າຍທອດຄວາມມຸ່ງຫວັງ ແລະ ຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ, ນຳການພົວພັນຮ່ວມມື ຫວຽດນາມ - ເບລາຣຸດ ພັດທະນານັບມື້ນັບໝັ້ນຄົງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນກ່ວາອີກ.
ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມ, ນັກສຶກສາ ຫວຽດນາມ ຢູ່ ເບລາຣຸດ. ນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ: ສະຖານທູດ ໄດ້ຊາບຊຶມແນວທາງການຕ່າງປະເທດຂອງພັກ ແລະ ລັດ, ອັບເດດສະພາບການພາຍໃນປະເທດເພື່ອຜັນຂະຫຍາຍໜ້າທີ່ພົວພັນຕ່າງປະເທດທັນການ, ເໝາະສົມ ເພື່ອແນໃສ່ຊຸກຍູ້ການຮ່ວມມືທຸກໆດ້ານກັບ ເບລາຣຸດ.
ເມື່ອຕອບສຳພາດຕໍ່ນັກຂ່າວໂທລະພາບສູນກາງ  ເບລາຮູດສ ເນື່ອງໃນໂອກາດຢ້ຽມຢາມ ສາທາລະນະລັດເບລາຮູດສ ຢ່າງເປັນທາງການ, ທ່ານປະທານປະເທດ ເຈີນດ້າຍກວ່າງ ເນັ້ນໜັກວ່າ: ການພົວພັນ ຫວຽດນາມ-ເບລາຣູດສ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງເຂັ້ມແຂງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ. ບັນດາຂໍ້ຕົກລົງສຳຄັນທີ່ໄດ້ລົງນາມ ແລະ ໄດ້ມີຜົນສັກສິດໃນຂົງເຂດເສດຖະກິດ-ການຄ້າ ຄື: ສັນຍາການຄ້າເສລີ ຫວຽດນາມ - EAEU ແລະ ອານຸສັນຍາ ຫວຽດນາມ-ເບລາຣູດສ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຈະສະໜັບສະໜູນ ແລະ ສົ່ງເສີ່ມບັນດາທ້ອງຖິ່ນສອງປະເທດສ້າງການພົວພັນຮ່ວມມືໂດຍກົງ, ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປີດກວ້າງການພົວພັນແລກປ່ຽນດ້ານວັດທະນະທຳ.
        ທ່ານປະທານປະເທດ ເຈີນດ້າຍກວາງ ຖືວ່າ: ສັນຍາການຄ້າເສລີ ຫວຽດນາມ - ພັນທະພາບເສດຖະກິດ ອາຊຽນ - ເອີຣົບ (EAEU) ນຳມາເຊິ່ງກາລະໂອກາດອັນລໍ້າຄ່າ, ເພື່ອພັດທະນາການພົວພັນເສດຖະກິດ-ການຄ້າ ລະຫວ່າງ ຫວຽດນາມ ແລະ ເບລາຣູດສ. ຫວຽດນາມ ຈະມານະພະຍາຍາມເພື່ອໃຫ້ ເບລາຣູດສ ແລະ ບັນດາປະເທດ EAEU ເປີດກວ້າງການພົວພັນຮ່ວມມືເສດຖະກິດ, ການຄ້າ ກັບປະຊາຄົມ ອາຊຽນ. ທ່ານປະທານປະເທດ ເຈີນດ້າຍກວາງ ເຊື່ອໝັ້ນວ່າ ຫວຽດນາມ ແລະ ເບລາຣູດສ ຈະພ້ອມກັນຮັບເອົາບັນດາກາລະໂອກາດໃໝ່ທີ່ດີທີ່ສຸດ, ຍູ້ແຮງຮ່ວມມືໃນທຸກຂົງເຂດ.
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top