ທ່ານຮອງລັດຖະມົນຕີ ຫວູຮົ່ງນາມ
ຕາມທ່ານຮອງລັດຖະມົນຕີ ຫວູຮົ່ງນາມ ແລ້ວ, ຫວຽດນາມ ແລະ ໄທ ມີສາຍພົວພັນສະເໝີພາບ ແລະ ສະໜິດສະໜົມ ໃນທຸກຂົງເຂດຢ່າງສົມບູນ ນັບແຕ່ດ້ານການເມືອງ, ເສດຖະກິດເຖິງການພົບປະແລກປ່ຽນປະຊາຊົນ. ປີ 2013, ການຢ້ຽມຢາມ ໄທ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ນຳການພົວພັນ 2 ປະເທດ ຂຶ້ນບາດກ້ວາພັດທະນາໃໝ່ ດ້ວຍເລື່ອງ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. 2 ປະເທດ ພວມສູ້ຊົນນຳວົງເງິນການຄ້າຂຶ້ນ 20 ຕຶ້ USD ໃນປີ 2020.
ເນັ້ນໜັກເຖິງຄວາມໝາຍຂອງສາຍພົວພັນ ຫວຽດນາມ - ໄທ ໃນການຮ່ວມມື ອາຊຽນ, ທ່ານ ຫວູຮົ່ງນາມ ຢືນຢັນວ່າ:
“ ຫວຽດນາມ ແລະ ໄທ ລ້ວນແຕ່ແມ່ນພື້ນຖານເສດຖະກິດພວມພັດທະນາ, ພື້ນຖານການເມືອງຂະຫຍັນຂັນເຄື່ອນ. ຖ້າຫາກບວກພົນລະເມືອງຂອງ 2 ປະເທດເຂົ້ານຳກັນ ຈະກວມເອົາ 1/3 ພົນລະເມືອງຂອງປະຊາຄົມ ອາຊຽນ ທັງໝົດ. ຍອດຈຳນວນ GDP ຂອງ 2 ປະເທດກໍ່ເທົ່າທຽມ 1/3 GDP ຂອງກຸ່ມ ອາຊຽນ. ດັ່ງນັ້ນ ການຮ່ວມມືຂອງ 2 ປະເທດມີຜົນສະທ້ອນອັນໃຫຍ່ຫລວງ ເຖິງການຮ່ວມມື, ເຊື່ອມຕໍ່ຂອງບັນດາປະເທດໃນພາກພື້ນຄື: ມຽນມາ, ລາວ, ກຳປູເຈຍ, ຜ່ານນັ້ນ ປະກອບສວ່ນຊຸກຍູ້ການພັດທະນາຂອງປະຊາຄົມ ອາຊຽນ.”
(ແຫຼ່ງຄັດຈາກ VOV)