• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ຍີ່ປຸ່ນ

      ໃນວັນທີ 25 ພະຈິກ, ທີ່ສຳນັກງານກະຊວງການຕ່າງປະເທດຍີ່ປຸ່ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ພົບປະເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ທ່ານ Hayashi Yoshimasa.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ
Hayashi Yoshimasa (ພາບ: TTXVN)
      ການພົບປະເຈລະຈາ, ລັດຖະມົນຕີທັງສອງທ່ານໄດ້ເຫັນດີຈະປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອ ພ້ອມກັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊີ່ງກວ້າງຂວາງລະຫວ່າງສອງປະເທດ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ຄືດັ່ງນາຍົກລັດຖະມົນຕີສອງປະເທດໄດ້ແລກປ່ຽນທີ່ການພົບປະຂັ້ນສູງ ໃນວັນທີ 24 ພະຈິກ 2021.
        ລັດຖະມົນຕີທັງສອງທ່ານໄດ້ເຫັນດີຈະປະສານສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການຜັນຂະຫຍາຍບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 50 ແຫ່ງວັນ ສ້າງຕັ້ງການພົວພັນທາງດ້ານການທູດ ໃນປີ 2023 ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ່າງຂວາງ. ໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງຢ່າງໄວວາ, ລັດຖະມົນຕີກະຊວງການຕ່າງປະເທດທັງສອງທ່ານໄດ້ເຫັນດີຈະເພີ່ມທະວີການຮ່ວມມືບົນເວທີພາກພື້ນ ແລະ ສາກົນຄື: ສະຫະປະຊາຊາດ, ອາຊຽນ... ລັດຖະມົນຕີທັງສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຄືທະເລຕາເວັນອອກ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຊື້ອເຊີນ ທ່ານລັດຖະມົນຕີກະຊວງການຕ່າງປະເທດ Hayashi Yoshimasa ມາຢ້ຽມຢາມ ຫວຽດນາມ ໃນເວລາໄວໆນີ້ ເພື່ອເປັນປະທານຮ່ວມໃນກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ-ຍີ່ປຸ່ນ ຄັ້ງທີ 12.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top