• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ

      ປະຈຸບັນ ສະຖານທູດຫວຽດນາມ ໄດ້ຫນູນຊ່ວຍກ່ຽວກັບບ່ອນຢູ່ຊົ່ວຄາວໃຫ້ພົນລະເມືອງຫວຽດນາມ ແລະ ມີບັນດາມາດຕະການເພື່ອປົກປ້ອງພົນລະເມືອງ, ຮັບປະກັນຄວາມປອດໄພ
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທີທູຮັ່ງ
      ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ໃນຕອນບ່າຍວັນທີ 21 ກັນຍາ ຢູ່ ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທີທູຮັ່ງ ໄດ້ຕອບຄຳຖາມຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມກ່ຽວກັບສະພາບການ ພົນລະເມືອງຫວຽດນາມ ພາຍຫລັງເຫດແຜນດິນໄຫວຢ່າງຮ້າຍແຮງຢູ່ ເມຊີໂກ ເມື່ອວັນທີ 19 ກັນຍາ ໄດ້ເຮັດໃຫ້ຫລາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ.
        “ຕາມແຫລ່ງຂ່າວຈາກສະຖານທູດ ຫວຽດນາມ ປະຈຳ ເມຊີໂກ ແລ້ວ, ປະຈຸບັນ ຍັງບໍ່ທັນມີພົນລະເມືອງຫວຽດນາມຄົນໃດຖືກຮັບບາດເຈັບໃນເຫດແຜ່ນດິນໄຫວ. ປະຈຸບັນ ສະຖານທູດຫວຽດນາມ ໄດ້ຫນູນຊ່ວຍກ່ຽວກັບບ່ອນຢູ່ຊົ່ວຄາວໃຫ້ພົນລະເມືອງຫວຽດນາມ ແລະ ມີບັນດາມາດຕະການເພື່ອປົກປ້ອງພົນລະເມືອງ, ຮັບປະກັນຄວາມປອດໄພ, ຫນູນຊ່ວຍເຄື່ອງຂອງທີ່ຈຳເປັນໃຫ້ພົນລະເມືອງຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢູ່ ເມຊີໂກ.
        ກ່ຽວຂ້ອງເຖິງມະຕິຂອງ ສປຊ ຫວ່າງແລ້ວນີ້ ກ່ຽວກັບເລື່ອງເພີ່ມການລົງໂທດ ເພື່ອເລັ່ງໃສ່ ສປປ ເກົາຫລີ, ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ: ໂດຍແມ່ນສະມາຊິກມີຄວາມຮັບຜິດຊອບຂອງ ສປຊ ແລະ ປະຊາຄົມສາກົນ, ຫວຽດນາມ ຍາມໃດກໍ່ເຄົາລົບບັນດາມະຕິຂອງ ສະພາຄວາມໝັ້ນຄົງ ສປຊ, ໃນນັ້ນ ມີມະຕິກ່ຽວຂ້ອງເຖິງ ສປປ ເກົາຫລີ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top