• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫວຽດນາມຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

      ຕອນເຊົ້າວັນທີ 19 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາສູນກາງພັກກອມມູນິດຈີນ ລຽວຢຸນຊານ ແລະ ຄະນະຜູ້ແທນພັກກອມມູນິດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບກຳມະການຜູ້ປະຈຳການກົມການເມືອງ,
ເລຂາຄະນະເລຂາສູນກາງພັກກອມມູນິດຈີນ ລຽວຢຸນຊານ)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍ ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມື, ຍົກສູງປະສິດທິຜົນຮ່ວມມືຢ່າງແທດຈິງໃນທຸກຂົງເຂດ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມື 2 ຝ່າຍ… ພ້ອມທັງມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດ, ຫຼີກລ້ຽງທຸກການກະທຳທີ່ອາດຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງ; ພ້້ອມກັບບັນດາປະເທດອາຊຽນ ເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງໂດຍໄວ.
        ທ່ານ ລຽວຢຸນຊານ ໃຫ້ຄຳໝັ້ນສັນຍາສະໜັບສະໜູນການພັດທະນາເສດຖະກິດ, ການຄ້າ 2 ສົ້ນຕາມທິດປອດໄສ, ສະເໝີພາບ, ແກ້ໄຂບັນດາຂໍ້ຕິດຂັດຢ່າງມີປະສິດທິຜົນ; ປາດຖະໜາວ່າ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມສຳພັນຍຸດທະສາດພັດທະນາລະຫວ່າງ 2 ປະເທດ…
        ຕໍ່ຈາກນັ້ນ, ຢູ່ສຳນັກງານສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ລຽວຢຸນຊານ ແລະ ຄະນະຜູ້ແທນພັກກອມມູນິດຈີນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ປະເທດປະຕິບັດຢ່າງຄົບຖ້ວນ ແລະ ເຂັ້ມງວດບັນດາຂໍ້ຕົກລົງ, ຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ; ເອົາໃຈໃຈ່ປະຕິບັດວຽກງານປັບປຸງພື້ນຖານສັງຄົມ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດໃຫ້ດີກວ່າອີກ, ນຳການພົວພັນຫວຽດນາມ - ຈີນ ພັດທະນາຢ່າງປອດໄສ, ໝັ້ນຄົງຍາວນານກວ່າ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top