• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫວຽດນາມ-ລາວເພີ່ມພູນຄູນສ້າງໃຫ້ແກ່ການພົວພັນແບບພິເສດ 2 ປະເທດຢ່າງບໍ່ຢຸດຢັ້ງ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ທ່ານອະ​ດີດ​ປະ​ທານ​ພັກ, ອະ​ດີດປະ​ທານ​ປະ​ເທດ​ລາວ ຄຳ​ໄຕ ສີ​ພັນ​ດອນ
 
      ​​ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ ສ​ປ​ປ ລາວ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 27/4 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​ນ​ີ​ລະ​ນາມ ແລະ ຢ້ຽມ​ຢາມ ທ່ານ ຄຳ​ໄຕ ສີ​ພັນ​ດອນ ​ອະ​ດີດ​ປະ​ທານ​ພັກ, ອະ​ດີດປະ​ທານ​ປະ​ເທດ​ລາວ ​; ຢ້ຽມ​ຢາມ​ທ່ານພົນ​ເອກ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ແນວ​ລາວ​ສ້າງ​ຊາດ; ຢ້ຽມ​ຢາມ ທ່ານ ທອງ​ສິງ ທຳ​ມະ​ວົງ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ອຸ​ທິດ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ບັນ​ດາ ອະ​ດີດ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ​ລາວ​ສຳ​ລັບ​ພາ​ລະ​ກິດ​ປະ​ຕິ​ວັດ​ລາວ ແລະ ການ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢືນ​ຢັນ​ວ່າ ການ​ນຳ​ສອງ​ປະ​ເທດ​ຈະ​ສືບ​ທອດ​ມູນ​ເຊື້​ອ​ອັນ​ດີ​ງາມ​ຂອງ​ການ​ນຳ​ລຸ້ນ​​ກ່ອນ, ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ.
      ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເປັນ​ປະ​ທານ​​ການພົບ​ປະ​ກັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ທີ່​ລົງ​ທຶນ​ຢູ່​ລາວ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ ປະ​ຊາ​ຄົມວິ​ສາ​ຫະ​ກິດຫວຽດ​ນາມ ໄດ້​ລົງ​ທຶນ​ຢ່າງ​ແຮງເຂົ້າ​ລາວ​ ​ໃນ​ໄລ​ຍະ​ຜ່ານ​ມາ; ຍ້ອງ​ຍໍ​ບາງວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ ທີ່​ເປັນ​ເຈົ້າ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່, ຫັນ​ປ່ຽນ​ຮູບ​ແບບ​ການ​ຜະ​ລິດ, ນຳ   ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ, ຜ່ານນັ້ນ​ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ​ຫວຽດ​ນາມ-ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ ພັກ ແລະ ລັດຫວຽດ​ນາມ​ ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ໃຫ້​ນັກ​ລົງ​ທຶນ​ທຳ​ມາ​ຫາ​ກິນ ແລະ ເປີດກວ້າງ​ຕະຫຼາດ​ຢູ່​ລາວ; ພ້ອມ​ທັງ​ສະ​ເໜີ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສຸມ​​ແຫຼ່ງ​ກຳ​ລັງ, ເພື່ອຮັບ​ປະ​ກັນ​ໃຫ້​ບັນ​ດາ​ໂຄງ​ການ​ລົງ​ທຶນທີ່​ສອງ​ຝ່າຍ​ໄດ້​​ຮັບໃບ​ອະ​ນຸ​ຍາດ​ລົງ​ທຶນ ຖືກ​ຕ້ອງ​ກັບ​ຄວາມ​ຄືບ​ໜ້າ ແລະ ຄຸນ​ນະ​ພາບ​​.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top