• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳສະຫະປະຊາຊາດສະແດງຄວາມຍິນດີກັບຖັນແຖວຫາສຽງເລືອກຕັ້ງຂອງພັກປະຊາທິປະໄຕ ອາເມລິກາ

      ວັນທີ 09 ພະຈິກ, ໃນຖະແຫຼງການສະບັບໜຶ່ງ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມຍິນດີນຳປະຊາຊົນ ອາເມລິກາ ທີ່ໄດ້ປະຕິບັດການເລືອກຕັ້ງປະທານາທິບໍດີໃນອາທິດຜ່ານມາ ຢ່າງມີປະຊາທິປະໄຕ.
             ທ່ານ Guterres ກໍ່ສະແດງຄວາມຍິນດີກັບຖັນແຖວຫາສຽງເລືອກຕັ້ງພັກປະຊາທິປະໄຕ, ພ້ອມທັງ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ ແລະ ສະຫະປະຊາຊາດ ແມ່ນເສົາຄ້ຳຈຳເປັນຂອງການຮ່ວມມືສາກົນ ແນໃສ່ແກ້ໄຂບັນດາສິ່ງທ້າທາຍ ເຊິ່ງໂລກພວມປະເຊີນໜ້າໃນປະຈຸບັນ.

ທ່ານ Biden ແລະ ທ່ານນາງ Harris.  ພາບ: AP່
              ໃນຂະນະນັ້ນ, ທ່ານ Volcan Bozkir ປະທານສະມັດຊາໃຫຍ່ສະຫະປະຊາຊາດ ຖືວ່າ: ທ່ານ Joe Biden ແຕ່ດົນນານມາແລ້ວ ໄດ້ສະໜັບສະໜູນສະຫະປະຊາຊາດ ແລະ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງ ອາເມລິກາ ແລະ ສະຫະປະຊາຊາດ ໃຫ້ກ້າວໄປເຖິງໂລກແຫ່ງຄວາມວັດທະນາຖາວອນ ແລະ ປອດໄພກ່ວາ.
        ສ່ວນທ່ານປະທານກອງທຶນພັດທະນາເພື່ອແມ່ຍິງຂອງສະຫະປະຊາຊາດ Phumzile Mlambo Ngcuka ໃຫ້ຂໍ້ສັງເກດວ່າ ເລື່ອງທ່ານນາງ Harris ອາດຈະກາຍເປັນຮອງປະທານາທິບໍດີ ອາເມລິກາ ຍິງຄົນທຳອິດ ແມ່ນຈຸດທີ່ເປັນໜ້າຊື່ນຊົມສຳລັບແມ່ຍິງ ແລະ ເດັກນ້ອຍໃນທົ່ວໂລກ, ພິເສດແມ່ນແມ່ຍິງຜິວດຳ.
        ກ່ອນໜ້ານັ້ນ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກໍ່ສະແດງຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບອຳນາດການປົກຄອງຊຸດໃໝ່ຂອງ ອາເມລິກາ.
        ທ່ານ Joe Biden ເຄີຍໃຫ້ຄຳໝັ້ນສັນຍາວ່າ ຈະນຳປະເທດ ອາເມລິກາ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວຄືນໃໝ່ ຖ້າທ່ານໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ. ທ່ານ Joe Biden ກໍ່ຖະແຫຼງວ່າ ຈະກັບຄືນມາເປັນສະມາຊິກຂອງສັນຍາດິນຟ້າອາກາດ Paris ພາຍຫລັງອຳນາດການປົກຄອງຂອງທ່ານເລີ່ມເຄື່ອນໄຫວ.  
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top