• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກລົງຢ້ຽມຢາມ, ອວຍພອນບຸນເຕັດປະຊາຊົນຢູ່ທ້ອງຖິ່ນຕ່າງໆ


ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ 
​ຢ້ຽມຢາມ ​​ແລະ ອວຍພອນ​ບຸນ​ເຕັດ​ຢູ່​ໂຮງໝໍ​ ​ເຈີ້​ໄຣ
(ພາບ: TTXVN)

      ຕອນ​ບ່າຍ​ວັ​ນທີ 22/01, ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ​ໄດ້​ລົງ​ຢ້ຽມຢາມ ​​ແລະ ອວຍພອນ​ບຸນ​ເຕັດ​ຢູ່​ໂຮງໝໍ​ ​ເຈີ້​ໄຣ, ​ສະຖານີໂທລະພາບ​ນະຄອນ ​ໂຮ່ຈີ​ມິນ. ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຕີ​ລາຄາວ່າ​​ໂຮງໝໍ ເຈີ້​ໄຣ ບໍ່​ພຽງ​ແຕ່​ກວດ​ປິ່ນປົວ​ພະຍາດ​ເທົ່າ​ນັ້ນ ຫາກ​ຍັງ​ປະຕິບັດ​ວຽກ​ງານ​ຖ່າຍ​ທອດ, ຊີ້​ນຳ, ກໍ່ສ້າງ​ພະນັກງານ​ການ​ແພດ​ໃຫ້​ພາກ​ໃຕ້​ເປັນ​ຢ່າງ​ດີ​ອີກ​ດ້ວຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໂຮງໝໍ​ຄວນ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ, ຮ່ວມ​ມື​ເພື່ອ​​ໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້​ການ​ບໍລ​ການ​ສາທາລະນະ​ສຸກ​ດີທີ່​ສຸດ, ທຽບ​ເທົ່າ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ; ມີ​ນະ​ໂຍບາຍ​ອຳນວຍ​ຄວາມສະດວກ​ໃຫ້​ແກ່​ຄົນ​ເຈັບ; ປັບປຸງ​ພື້ນຖານ​ໂຄງ​ລ່າງ ຕອບ​ສະໜອງ​ວຽກ​ງານກວດ​ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ.
        ​ເມື່ອຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ພະນັກງານ, ນັກ​ຂ່າວ​ໂທລະພາບ​ນະຄອນ ​ໂຮ່ຈີ​ມິນ, ທ່ານ ຫວໍ​ວັນ​ເຖືອ​ງ ປາດ​ຖະໜາວ່າ: ຄະນະ​ພັກ, ຄະນະ​ອຳນວຍ​ການສະຖານີ​ໂທລະພາບ​ນະຄອນ ​ໂຮ່ຈີ​ມິນ ​ເອົາ​ໃຈ​ໃສ່​ລົງທຶນ, ຍົກ​ສູງ​ເນື້ອ​ໃນ​ບັນດາ​ລາຍການ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການຂອງ​ຜູ້​ຊົມ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ​ເກົ່າ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top