• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນລົງຢ້ຽມຢາມ ແລະ ອວຍພອນບັນດາຫົວໜ່ວຍ, ທ່ານໝໍທີ່ດີເດັ່ນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍຫວຽດນາມ(27ກຸມພາປີ 1955 – 27 ກຸມພາປີ 2020) ການນຳນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນລົງຢ້ຽມຢາມ ແລະ ອວຍພອນບັນດາຫົວໜ່ວຍ, ທ່ານໝໍທີ່ດີເດັ່ນ.

ທ່ານເລຂາຄະນະພັກ ນະຄອນຮ່າໂນ້ຍ ເວືອງດີງເຫ້ວ ຖ່າຍຮູບພ້ອມກັບ ຄອບຄົວທ່ານສາດສະດາຈານ, ປອ ຂະແໜງແພດສາດ, ຄູປະຊາຊົນ, ນັກວິລະຊົນແຮງງານ ຝ້າມຢາຂາຍ

ຕອນບ່າຍວັນທີ 26 ກຸມພາ, ທ່ານເລຂາຄະນະພັກ ນະຄອນຮ່າໂນ້ຍ ເວືອງດີງເຫ້ວ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນ ສາດສະດາຈານ, ປອ ຂະແໜງແພດສາດ, ຄູປະຊາຊົນ, ນັກວິລະຊົນແຮງງານ ຝ້າມຢາຂາຍ ແລະ ສາດສະດາຈານ, ປອ ຂະແໜງແພດສາດ, ຄູປະຊາຊົນ ເລດຶກຮິງ. ທ່ານເລຂາຄະນະພັກ ນະຄອນຮ່າໂນ້ຍ ເວືອງດີງເຫ້ວ ຫວັງວ່າ ສາດສະດາຈານທັງສອງ ສືບຕໍ່ເອົາໃຈໃສ່, ຊ່ວຍໜູນສາທາລະນະສຸກຂອງນະຄອນຫຼວງ ເພື່ອຍົກສູງຄວາມສາມາດ, ເຮັດວຽກງານເບິ່ງແຍງ ຮັກສາສຸຂະພາບໃຫ້ເປັນຢ່າງດີ, ປະກອບສ່ວນຮັບປະກັນການຊ່ວຍໜູນສັງຄົມ.

      ແລະ ກໍໃນວັນດຽວກັນ, ທ່ານເລຂາຄະນະພັກ ນະຄອນໂຮ່ຈິມິນ ຫງວຽນຖ້ຽນເຍີນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນໂຮງໝໍເສນາຮັກ 175 ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍຫວຽດນາມເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top