• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນັດຢູ່ ຫວຽດນາມ

      ການທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນັດ ໄດ້ປະກອບສ່ວນປະມານ 5% GDP (ຍອດຜະລິດຕະພັນພາຍໃນ), ແຕ່ຕາມການຕີລາຄາຂອງສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ແລ້ວ,
             ຕະຫລາດທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນັດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ບໍ່ຄວນ “ປະປ່ອຍ” ການທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນັດຢູ່ ຫວຽດນາມ ປີ 2018 ບັນລຸ 3,5 ຕື້ USD, ເຕີບໂຕ 15% ເມື່ອທຽບໃສ່ປີ 2017, ແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ.

ການທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນັດຢູ່ ຫວຽດນາມ
      ສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຖືວ່າ: ຢາກບັນລຸໄດ້ຕົວເລກ 9 ຕື້ USD ຂອບຂະໜາດການທ່ອງທ່ຽວຜ່ານເຄືອຂ່າຍອິນເຕີແນັດໃນປີ 2025, ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ຄວນຍູ້ແຮງການຫັນປ່ຽນດີຈີຕອນ, ສະໜອງບັນດາພື້ນຖານຕື່ມອີກ ເພື່ອຊ່ວຍແຂກທ່ອງທ່ຽວສາມາດເຊື່ອມຕໍ່ກັບຜ່ານເຄືອຂ່າຍອິນເຕີແນັດ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top