• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ

      ຫວຽດນາມ ຖືເປັນສໍາຄັນພິເສດ ແລະ ປະຕິບັດ UPR ຢ່າງເຂັ້ມງວດ ເຊິ່ງເປັນກົນໄກທີ່ປະສົບຜົນສໍາເລັດຂອງສະພາສິດທິມະນຸດ ຍ້ອນໄດ້ອີງບັນດາຫຼັກການຍຸຕິທໍາ, ສົນທະນາ ແລະ ຮ່ວມມື...
            ວັນທີ 24 ມັງກອນ, ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄໍາຖາມຂອງນັກຂ່າວສະເໜີໃຫ້ຮູ້ ກ່ຽວກັບເນື້ອໃນຂອງວາລະ ສົນທະນາກ່ຽວກັບບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກສໍາຫຼວດກວດຕາກວມລວມຕາມໄລຍະ (UPR) ຮອບວຽນ III ຂອງສະພາສິດທິມະນຸດສະຫະປະຊາຊາດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
            “ວັນທີ 22 ມັງກອນ 2019, ໃນຂອບເຂດກຸ່ມເຮັດວຽກ ກ່ຽວກັບກົນໄກສໍາຫຼວດກວດກາກວມລວມຕາມໄລຍະ (UPR) ຮອບວຽນ III ຂອງສະພາສິດທິມະນຸດສະຫະປະຊາຊາດ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ນໍາໜ້າ ດ້ວຍການເຂົ້າຮ່ວມຂອງ 11 ກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ໄດ້ມີການສົນທະນາກັບປະເທດສະມາຊິກ ຂອງ ສປຊ 122 ປະເທດ ກ່ຽວກັບສະພາບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ຢູ່ຫວຽດນາມ. ຫວຽດນາມ ຖືເປັນສໍາຄັນພິເສດ ແລະ ປະຕິບັດ UPR ຢ່າງເຂັ້ມງວດ ເຊິ່ງເປັນກົນໄກທີ່ປະສົບຜົນສໍາເລັດຂອງສະພາສິດທິມະນຸດ ຍ້ອນໄດ້ອີງບັນດາຫຼັກການຍຸຕິທໍາ, ສົນທະນາ ແລະ ຮ່ວມມື; ຖືນີ້ ທັງເປັນພັນທະຂອງປະເທດສະມາຊິກ ສປຊ ພ້ອມທັງເປັນກາລະໂອກາດ ເພື່ອແນະນໍາເຖິງປະຊາຄົມສາກົນຮັບຮູ້ກ່ຽວກັບບັນດານະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ນັບແຕ່ການສໍາຫຼວດກວດກາເມື່ອ ປີ 2014”.
            ເມື່ອຕອບຄໍາຖາມຂອງນັກຂ່າວກ່ຽວກັບວິວັດທະນາການ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVFTA), ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ:
            “ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ແມ່ນສັນຍາທີ່ມີຄວາມໝາຍສໍາຄັນ, ນໍາມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຊົນ ກໍຄື ປະຊາຄົມວິສາຫະກິດຂອງຫວຽດນາມ ແລະ ສະຫະພາບເອີຣົບ. ດ້ວຍເນື້ອໃນຈິດໃຈດັ່ງກ່າວ, ສອງຝ່າຍ ສືບຕໍ່ມານະພະຍາຍາມປະຕິບັດສໍາເລັດບັນດາລະບຽບການໂດຍໄວ ເພື່ອລົງນາມ, ໃຫ້ສັດຕະຍາບັນ ຢ່າງເປັນທາງການ ແລະ ນໍາສັນຍາໄປຜັນຂະຫຍາຍ”.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top