• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາ “ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວົງ​ຄະ​ນາ​ຍາດ​ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ”

ຕອນເຊົ້າວັນທີ 8 ກັນຍາ, ຢູ່ເຂດຕົວເມືອງເກົ່າໂຮ້ຍອານ, ຫ້ອງການ UNESCO ປະຈຳຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງກວາງນາມ ຈັດກອງປະຊຸມສຳມະນາສາກົນ “ເສີມຂະຫຍາຍບົດບາດຂອງວົງຄະນາຍາດໃນການປົກປັກຮັກສາມໍລະດົກໂລກ ຜ່ານພຶດຕິກຳຕົສຈິງຢູ່ເຂດຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີມີ້ເຊີນ”

ເຂດຕົວເມືອງເກົ່າໂຮ້ຍອານ (ພາບ: 
vietnamtoday.net)

 ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ສະເຫລີມສະຫຼອງ 20 ປີແຫ່ງ “ຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີ ມີ້ເຊີນ ເຊິ່ງ UNESCO ຮັບຮອງວ່າ ແມ່ນມໍລະດົກໂລກ”. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານເລວັນແທັງ ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ ຢືນຢັນວ່າ:

  “ບັນດາປະສິດທິຜົນໃນເບື້ອງຕົ້ນຂອງບັນດາໂຄງການຮ່ວມມືໄດ້ປະກອບສ່ວນສຳຄັນ, ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນາຍາດໃນການປົກປັກຮັກສາມໍລະດົກ. ແຂວງກວາງນາມ ຮັບຮູ້ວ່າ, ການໜູນຊ່ວຍ, ຊ່ວຍເຫຼືອດ້ານປະສົບການໃນການຄຸ້ມຄອງ, ບຳລຸງສ້າງພະນັກງານ, ເຄື່ອງອຸປະກອນ, ວັດຖຸດິບ, ການເງິນຂອງປະຊາຄົມໂລກໃນໄລຍະຜ່ານມາ ແມ່ນມີຜົນປະໂຫຍດອັນແທດຈິງໃນພາລະກິດອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກ”.

       ທ່ານ Michael Goft ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ປະຈຳຫວຽດນາມ ສະແດງຄວາມເຫັນດີເຫັນພ້ອມຕໍ່ແຜນນະໂຍບາຍ ແລະ ທັດສະນະກ່ຽວກັບການ ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຂອງການນຳແຂວງກວາງນາມ ຊື່ງໄດ້ປະກອບສ່ວນເປີດກ້ວາງ ແລະ ແຜ່ຂະຫຍາຍຊື່ສຽງຂອງໂຮ້ຍອານ, ມີ້ເຊີນ, ດອນຈ່າມ ອອກສູ່ທົ່ວໂລກ.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top