• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ CLV-10 ອອກຖະແຫລງການຮ່ວມນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ

ກອງປະຊຸມສຸດຍອດການຮ່ວມມືເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ- ຫວຽດນາມ ຄັ້ງທີ10 ດຳເນີນໃນຕອນບ່າຍວັນທີ 31 ມີນາ ຢູ່ ຮ່າໂນ້ຍ 

ພິທີລົງນາມໃນຖະແຫລງການຮ່ວມ ການຮ່ວມມືເຂດສາມຫລ່ຽມພັດທະນາ

ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ.ເຂົ້າຮ່ວມກອງປະຊຸມຍັງມີທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ທ່ານປະທານທະນາຄານພັດທະນາອາຊີ Takehiko Nakao, ຜູ້ອຳນວຍການຝ່າຍບໍລິຫານທະນາຄານໂລກ (WB ) Joaquim Levy.  ນີ້ແມ່ນຄັ້ງທຳອິດ ການນຳຂັ້ນສູງບັນດາອົງການຈັດຕັ້ງສາກົນ ADB, WB ແລະ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ CLV.

        ກອງປະຊຸມໄດ້ຮັບຮູ້ບັນດາຄວາມກ້າວຫນ້າໃນການຮ່ວມມືລະຫວ່າງສາມປະເທດທີ່ບັນລຸໄດ້ໃນຫລາຍຂົງເຂດ ຈາກພື້ນຖານໂຄງລ່າງຕະຫລອດຮອດການສ້າງຄວາມສະດວກໃຫ້ດ້ານການຄ້າ, ເນັ້ນຫນັກຄວາມສຳຄັນຂອງການຮ່ວມມືລະຫວ່າງສາມປະເທດໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຫນູນຊ່ວຍວິວັດການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ, ຊ່ວຍ 13 ແຂວງເຂດຊາຍແດນຮັດແຄບຊ່ອງຫວ່າງການພັດທະນາ.

ກ່ຽວກັບການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ບັນດາການນຳໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສາມປະເທດກວ່າອີກ, ປະກອບສ່ວນສ້າງບັນດາພື້ນຖານເສດຖະກິດ ກຳປູເຈຍ, ລາວ, ຫວຽດນາມ ເຊື່ອມໂຍງ, ໝັ້ນຄົງ, ວັດທະນາຖາວອນ ແລະ ແມ່ນພາກສ່ວນຫນຶ່ງທີ່ຂາດບໍ່ໄດ້ຂອງວິໄສທັດປະຊາຄົມອາຊຽນປີ 2025. ກອງປະຊຸມໄດ້ເນັ້ນຫນັກຢ່າງແຮງເຖິງຄວາມຈຳເປັນຕ້ອງເພີ່ມທະວີການເຊື່ອມຈອດລະຫວ່າງສາມພື້ນຖານເສດຖະກິດເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງເສດຖະກິດ, ເຂົ້າຮ່ວມບັນດາລະບົບມູນຄ່າພາກພື້ນ ແລະ ທົ່ວໂລກຢ່າງມີປະສິດທິຜົນ ແລະ ຮັບມືກັບບັນດາສິ່ງທ້າທາຍລວມ.

ກອງປະຊຸມໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ ລາວ ແລະ ຫວຽດນາມ ເທື່ອລະກ້າວ ມຸ້ງໄປເຖິງກວມລວມທົ່ວ ສາມປະເທດ, ບໍ່ພຽງແຕ່ຈຳກັດຢູ່ 13 ແຂວງຊາຍແດນ. ເພື່ອເລີ່ມປະຕິບັດວິວັດການນີ້, ບັນດາການນຳໄດ້ຮັບຮອງເອົາແຜນການສັງລວມກ່ຽວກັບການເຊື່ອມຕໍ່ສາມພື້ນຖານເສດຖະກິດກຳປູເຈຍ-ລາວ-ຫວຽດນາມຮອດປີ 2030. ຄຽງຄູ່ກັນນັ້ນ ບັນດາການນຳກໍ່ໄດ້ຊີ້ນຳຄະນະກຳມະການປະສານງານຮ່ວມຕັ້ງຫນ້າຜັນຂະຫຍາຍບາງເນື້ອໃນເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມື. ເນື່ອງໃນໂອກາດນີ້  ນາຍົກລັດຖະມົນຕີສາມທ່ານໄດ້ລົງນາມໃນຖະແຫລງການຮ່ວມກ່ຽວກັບການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ເປັນເອກະພາບຈັດຕັ້ງກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 11 ຢູ່ ສປປລາວ.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top