• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ AMM 51: ອີຣານ ສະເໜີຍົກສູງການສະໜັບສະໜູນຂອງປະຊາຄົມສາກົນຕໍ່ JCPOA

ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ເນັ້ນໜັກວ່າ ທ່ານໄດ້ມີການພົບປະກັບປະທານາທິບໍດີ ແລະ ລັດຖະມົນຕີ ສິງກະໂປ ກໍ່ຄືລັດຖະມົນຕີການຕ່າງປະເທດບັນດາປະເທດ


ທ່ານ Mohammad Javad Zarif, ລັດຖະມົນຕີການຕ່າງປະເທດ ອີຣານ 

(ພາບ: AFP)

ວັນທີ 4 ສິງຫາ, ທ່ານ Mohammad Javad Zarif, ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຊົມເຊີຍຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຄົມສາກົນໃນການຮັກສາຂໍ້ຕົກລົງດ້ານນິວເຄຼຍລະຫ່ວາງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ: ອາເມລິກາ, ຈີນ, ອັງກິດ, ຝລັ່ງ, ລັດເຊຍ ແລະ ເຢຍລະມັນ) ພາຍຫຼັງທີ່ ອາເມລິກາ ຖອນອອກຈາກຂໍ້ຕົກລົງນີ້. ໃນສື່ສັງຄົມອອນລາຍ Twitter, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ເນັ້ນໜັກວ່າ ທ່ານໄດ້ມີການພົບປະກັບປະທານາທິບໍດີ ແລະ ລັດຖະມົນຕີ ສິງກະໂປ ກໍ່ຄືລັດຖະມົນຕີການຕ່າງປະເທດບັນດາປະເທດຄື: ຈີນ, ນິວຊີແລນ, ອົດສະຕາລີ ແລະ ອິນໂດເນເຊຍ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM 51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງພວມຈັດຕັ້ງຢູ່ສິງກະໂປ. ວົງການເຈົ້າໜ້າທີ່ປະເທດຕ່າງໆນີ້ໄດ້ເຫັນດີກ່ຽວກັບຄວາມຈຳເປັນຕ້ອງສົມທົບກັນກະທຳເພື່ອແນໃສ່ຮັກສາຂໍ້ຕົກລົງທີ່ມີຊື່ເຕັມວ່າ: ແຜນການກະທຳລວມຮອບດ້ານ (JCPOA). ນອກຈາກນັ້ນ, ທ່ານ Zarif ກໍ່ມີການແລກປ່ຽນກັບຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດຂອງສະຫະພາບເອີລົບ (EU) ທ່ານນາງ Federica Mogherini ກ່ຽວກັບບັນດາບາດກ້າວເພື່ອແນໃສ່ຮັບປະກັນຜົນປະໂຫຍດດ້ານເສດຖະກິດສຳລັບປະຊາຊົນ ອີຣານ.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top