
ແມ່ຍິງຂາຍເຄື່ອງຢູ່ຊາປາ
ພາບປະກອບ
ຂໍ້ລິເລີ່ມລົງທຶນໃຫ້ແມ່ຍິງ ແມ່ນໂຄງການອຸປະຖຳທຳອິດຂອງລັດຖະບານ ອົດສະຕາລີ, ທີ່ມີມູນຄ່າ 46 ລ້ານ ໂດລາ ອົດສະຕາລີ, ເພື່ອແນໃສ່ມອບສິດໃຫ້ແມ່ຍິງເຂົ້າຮ່ວມຢ່າງແຮງກ່ວາເຂົ້າການເຄື່ອນໄຫວເສດຖະກິດ - ສັງຄົມ ຢູ່ບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ຕີລາຄາສູງບັນດາໝາກຜົນປະທັບໃຈຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ. ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຕີລາຄາສູງບົດບາດປະຈັນບານຂອງລັດຖະບານ ອົດສະຕາລີ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ເພີ່ມສິດໃຫ້ແຫ່ແມ່ຍິງຢູ່ພາກພື້ນ. ທ່ານ ຟ້າມບີ່ງມີງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຖືເປັນສຳຄັນ ແລະ ພວມຜັນຂະຫຍາຍຫຼາຍມາດຕະການລະອຽດ ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ພ້ອມທັງເໜັ້ນໜັກໜູນຊ່ວຍການເຂົ້າຮ່ວມ ແລະ ຍົກສູງບົດບາດຂອງແມ່ຍິງ ຢູ່ບັນດາວິສາຫະກິດຂະໜາດກາງ, ນ້ອຍ ແລະ ນ້ອຍທີ່ສຸດ (MSMEs), ບໍ່ພຽງແຕ່ແມ່ນວິທີການທີ່ມີປະໂຫຍດ ເພື່ອແນໃສ່ເພີ່ມສິດໃຫ້ແມ່ຍິງ ໃນເງື່ອນໄຂເສດຖະກິດ - ສັງຄົມຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງເພື່ອແນໃສ່ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງຂອງ (MSMEs), ປະກອບສ່ວນເຂົ້າການພັດທະນາ ແລະ ຄວາມວັດທະນາຖາວອນລວມຂອງບັນດາປະເທດອີກດ້ວຍ.
(ແຫຼ່ງຄັດຈາກ VOV)