• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສ້າງກຳລັງໜູນໃຫ້ ຫວຽດນາມ ພັດທະນາ

      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 01 ກຸມພາ ຢູ່ຮ່າໂນ້ຍ ໄດ້ສ້າງຂີດໝາຍແຫ່ງການປ່ຽນແປງໃໝ່ກ່ຽວກັບວຽກງານບຸກຄະລາກອນ, ເນື້ອໃນເອກະສານ. 
            ຕາມການຕີລາຄາຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແລ້ວ, ໝາກຜົນຂອງກອງປະຊຸມໃຫຍ່ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບປະຫວັດສາດອັນຍິ່ງໃຫຍ່ຂອງພັກກອມມູນິດ ຫວຽດນາມ ທີ່ມີຕໍ່ການພັດທະນາຂອງປະເທດຊາດໃນຊຸມທົດສະວັດຈະມາເຖິງ ໃນການຍົກອອກບັນດາເປົ້າໝາຍລະອຽດ, ວິໄສທັດຍາວເຖິງກາງສະຕະວັດ.
        ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຫາກໍ່ສິ້ນສຸດລົງໃນວັນທີ 01 ກຸມພາ 2021 ຊຶ່ງໄດ້ປຸກລຸກເຈດຈຳນົງ ແລະ ຄວາມຄາດຫວັງຢ່າງແຮງຂອງຊົນຊາດ, ຂ້ຽວຂາດມຸ່ງໄປເຖິງເປົ້າໝາຍນຳປະເທດຊາດກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນ 25 ປີຈະມາເຖິງ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດຳເນີນແຕ່ວັນທີ 25 ມັງກອນ
ຫາວັນທີ 01 ກຸມພາ ຢູ່ຮ່າໂນ້ຍ (ພາບ: VGP)
      ວິໄສທັດຮອດກາງສະຕະວັດ
       ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ດຳເນີນໄປໃນສະພາບປະເທດພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍສັບຊ້ອນກັນ, ຫລາຍບັນຫາຍຸດທະສາດໃໝ່ວາງອອກ ຄວນໄດ້ຮັບການແກ້ໄຂ, ອັນໄດ້ສົ່ງຜົນສະທ້ອນຢ່າງແຮງຕໍ່ຊີວິດການເປັນຢູ່, ເສດຖະກິດ - ສັງຄົມຂອງປະເທດ ກໍ່ຄືທົ່ວໂລກ. ໃນສະພາບການດັ່ງກ່າວ, ເອກະສານກອງປະຊຸມໃຫຍ່ວາງອອກເປົ້າໝາຍພັດທະນາ ຫວຽດນາມ ຮອດປີ 2030 ຈະເປັນປະເທດພວມພັດທະນາໂດຍພື້ນຖານ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ປີ 2045: ກາຍເປັນປະເທດພັດທະນາ, ລາຍຮັບສູງ. ບັນດາເປົ້າໝາຍນີ້ ໄດ້ຮັບການກຳນົດລະບຸໃນໂຄງການດຳເນີນງານ 2011, ໃນຄັ້ງນີ້ ໄດ້ຮັບການຫັນເປັນຕົວຈິງ ແລະ ຂະຫຍາຍຂຶ້ນ. ກອງປະຊຸມໃຫຍ່ກໍ່ເນັ້ນໜັກເຖິງປັດໄຈປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເປົ້າໝາຍ, ຄວາມຄາດຫວັງພັດທະນາຢ່າງແຮງຂອງປະເທດໃນໄລຍະໃໝ່. ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກຄະນະຜູ້ແທນນະຄອນ ໂຮ່ຈີມິນ ຖືວ່າ:
        “ບັນດາບົດທາບທາມຄວາມເຫັນທີ່ກອງປະຊຸມໃຫຍ່ ລ້ວນແຕ່ຕັ້ງບັນຫາວ່າ ຕ້ອງພັດທະນາລະບົບເລີ່ມຕົ້ນທຸລະກິດປະດິດຄິດສ້າງ, ລົງທຶນເຂົ້າການຫັນເປັນດີຈີຕອນ ເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນ ບົນພື້ນຖານນັ້ນ ຈຶ່ງເພີ່ມສະມັດຕະພາບແຮງງານ. ບັນດາຄຳເຫັນນັ້ນ ລ້ວນແຕ່ສະແດງໃຫ້ເຫັນຄວາມຄາດຫວັງເພື່ອຍາດແຍ່ງພາລະກິດອັນໃຫຍ່ຫລວງ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ໃນປະຈຸບັນ. ”
        ສິ່ງທີ່ເປັນໜ້າສົນໃຈໃນຄັ້ງນີ້ ແມ່ນກອງປະຊຸມໃຫຍ່ໄດ້ເຫັນດີເປັນເອກະພາບຍົກອອກຂໍ້ສັງເກດສັງລວມແມ່ນ “ປະເທດເຮົາ ຍັງບໍ່ທັນມີຄວາມສາມາດບົ່ມຊ້ອນ, ພາລະກິດໃຫຍ່ຫລວງ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຄືວັນນີ້ຈັກເທື່ອ”. ສິ່ງດັ່ງກ່າວໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ປະຊາຊົນ ຫວຽດນາມ, ຢັ້ງຢືນບັນດາຜົນງານແຫ່ງການພັດທະນາທີ່ບັນລຸໄດ້ ແມ່ນມີຄວາມໝາຍທີ່ສຸດ ແລະ ຈາກນັ້ນ ຈຶ່ງມີກຳລັງໜູນກ້າວໄປ. ທ່ານ ຮ່ວາງຈູງຢຸງ, ເລຂາຄະນະພັກແຂວງ ຮ່າຕີງ ໃຫ້ຮູ້ວ່າ:
        “ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ມະຕິຈະເຂົ້າສູ່ຊີວິດການເປັນຢູ່ໂດຍໄວ ຍ້ອນວ່າບັນດາບັນຫາແມ່ນແທດຈິງທີ່ສຸດ. ເນື້ອໃນທັງໝົດໄດ້ຮັບການປຶກສາຫາລືຢ່າງລອບຄອບຖີ່ຖ້ວນ ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງຂອງລະບົບການເມືອງ ນັ້ນແມ່ນເຮັດແນວໃດ ເພື່ອຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ປະຊາຊົນ.
ຂັ້ນຕອນພິເສດຄັດເລືອກຖັນແຖວການນຳ
       ວຽກງານບຸກຄະລາກອນ, ເຊິ່ງແມ່ນເນື້ອໃນ ທີ່ບໍ່ວ່າກອງປະຊຸມໃຫຍ່ຄັ້ງໃດ ລ້ວນແຕ່ມີການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ, ລະມັດລະວັງບົນຈິດໃຈປະຊາທິປະໄຕ, ກະຈ່າງແຈ້ງ, ພາວະວິໄສ, ຍ້ອນວ່າ “ພະນັກງານແມ່ນແກ່ນສານຂອງແກ່ນສານ”, ແມ່ນປັດໄຈຕັດສິນການປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ສຳເລັດຜົນ. ສຳລັບກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ການກະກຽມວຽກງານບຸກຄະລາກອນໄດ້ເລີ່ມປະຕິບັດແຕ່ປີ 2018 ແລ້ວ ດ້ວຍຈິດໃຈລະມັດລະວັງ, ພາວະວິໄສ, ຍຸຕິທຳ; ເຮັດເທື່ອລະກ້າວ, ແຕ່ລະວຽກ, ແຕ່ງ່າຍຮອດຍາກ, ແຕ່ກ້ວາງຫາແຄບ. ໃນໄລຍະດຳເນີນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາຜູ້ແທນໄດ້ສະຫງວນ 3 ວັນເຮັດວຽກຢ່າງເປັນທາງການ ເພື່ອປຶກສາຫາລື, ເລືອກຕັ້ງກຳມະການຄະນະບໍລິຫານງານສູນກາງພັກຊຸດທີ XIII ລວມ 200 ສະຫາຍ. ຫລັງຈາກນັ້ນ, ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກ, ເລືອກຕັ້ງກົມການເມືອງ, ຄະນະເລຂາສູນກາງພັກ, ເລຂາທິການໃຫຍ່. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຊຸດທີ XIII.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)
      ບັນດາໝາກຜົນດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເປັນເອກະພາບສູງ ແລະ ຜົນສຳເລັດຂອງວຽກງານບຸກຄະລາກອນຄັ້ງນີ້, ຮັບປະກັນບໍ່ປະໃຫ້ຜູ້ບໍ່ມີມາດຖານ, ເງື່ອນໄຂຢ່າງຄົບຖ້ວນ, ບໍ່ເໝາະສົມເຂົ້າເປັນຄະນະບໍລິຫານງານສູນກາງພັກ, ແຕ່ກໍ່ບໍ່ປະຂ້າມຜູ້ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີອິດທິພົນຊື່ສຽງໃນພັກ ແລະ ປະຊາຊົນຢ່າງແທ້ຈິງ. ທ່ານ ໂຮ່ວັນເນນ, ເລຂາຄະນະພັກແຂວງ ຢາລາຍ ໃຫ້ຮູ້ວ່າ:
        “ບັນດາສະຫາຍໄດ້ຮັບການເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກຊຸດທີ XIII ແມ່ນບັນດາສະຫາຍດີເດັ່ນຢ່າງແທດຈິງ ກ່ຽວກັບກຳລັງຄວາມສາມາດ, ລະດັບຄວາມຮູ້, ພູມປັນຍາ ເພື່ອປະຕິບັດໜ້າທີ່ໃນອາຍຸການໃໝ່ໃຫ້ສຳເລັດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດໄລຍະຈະມາເຖິງ.
        ທ່ານນາງ ບຸຍຮ່ວຽນມາຍ, ສະມາຊິກຄະນະຜູ້ແທນນະຄອນ ຮ່າໂນ້ຍ ແບ່ງປັນວ່າ:
        “ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງແທ້ຈິງ ເມື່ອພວກເຮົາເລືອກຕັ້ງໄດ້ບັນດາຜູ້ແທນດີເດັ່ນທີ່ສຸດສຳລັບພູມປັນຍາ ແລະ ຄຸນນະທາດ ຫວຽດນາມ ເພື່ອຕາງໜ້າໃຫ້ສະມາຊິກພັກກ່ວາ 5 ລ້ານຄົນ ແລະ ປະຊາຊົນ ຫວຽດນາມ ເກືອບ 100 ລ້ານຄົນ ເພື່ອພ້ອມກັນສ້າງເສັ້ນທາງພັດທະນາໃໝ່ໃຫ້ ຫວຽດນາມ.
        ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມຢູ່ນະຄອນຫລວງ ຮ່າໂນ້ຍ ຊຶ່ງສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບ, ມູນເຊື້ອຄວາມສາມັກຄີໃນພັກ, ໃນການຕັດສິນໃຈບັນດາບັນຫາສຳຄັນໜຶ່ງຂອງປະເທດຊາດ. ບັນດາລັດຖະນະໂຍບາຍຂອງກອງປະຊຸມໃຫຍ່ ຈະຕໍ່ກຳລັງໃຫ້ “ຫວຽດນາມ ຟື້ນຕົວລຸກຂຶ້ນ” ໃນອະນາຄົດ./.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top