• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 8 ສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດອາຊຽນ

ຕອນເຊົ້າວັນທີ 26 ເມສາ, ຢູ່ຮ້າໂນ້ຍ, ກະຊວງຕຳຫຼວດຫວຽດນາມໄດ້ຈັດຕັ້ງກອງປະຊຸມເຈົ້າໜ້າທີີ່ຂັ້ນສູງຄັ້ງທີ 8 ສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດອາຊຽນ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: anninhthudo.vn)

ນີ້ແມ່ນຄັ້ງທີ 2 ທີ່ກະຊວງຕຳຫຼວດຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມດັ່ງກ່າວຢູ່ຫວຽດນາມ ແລະ ແມ່ນຄັ້ງທຳອິດກອງປະຊຸມໄດ້ຈັດຕັ້ງຂຶ້ນ ນັບແຕ່ເມື່ອປະຊາຄົມອາຊຽນໄດ້ສ້າງຕັ້ງຢ່າງເປັນທາງການ (31 ທັນວາ 2015).

        ກອງປະຊຸມໄດ້ດຳເນີນມາເປັນເວລາສອງວັນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດລາຍງານຂອງ 10 ປະເທດສະມາຊິກອາຊຽນ ກ່ຽວກັບໝາກຜົນການປະຕິບັດສັນຍາ ພາຍຫຼັງກອງປະຊຸມຄັ້ງທີ 7 ຜ່ານມາ (ປີ 2014); ປຶກສາຫາລືກ່ຽວກັບການຍົກສູງບົດບາດຂອງບັນດາອົງການຈັດຈັ້ງສູນກາງ ແລະ ເພີ່ມທະວີການປະຕິບັດສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດສະມາຊິກອາຊຽນ; ບັນຫາກ່ຽວຂ້ອງເຖິງການສັດຕະຍາບັນ ແລະ ການປະຕິບັດສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດສະມາຊິກອາຊຽນ. ນອກຈາກນັ້ນ, ກອງປະຊຸມຍັງປຶກສາຫາລືກ່ຽວກັບການຍົກລະດັບສັນຍາໃຫ້ກາຍເປັນເອກະສານທາງການຂອງອາຊຽນ; ພິຈາລະນາການສະເໜີຢາກເຂົ້າຮ່ວມສັນຍາຂອງ ສ.ກາຊັກສະຖານ; ເອກະພາບເວລາ ແລະສະຖານທີ່ຈັດຕັ້ງກອງປະຊຸມຄັ້ງທີ 9 ອີກດ້ວຍ.

(ແຫຼ່ງຄັດຈາກ VOV)


ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top