• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 18

      ຕອນບ່າຍວັນທີ 28 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 18 ດ້ວຍຮູບການທາງໄກ  ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ ອິນເດຍ ຈົ່ງຕັ້ງໜ້າໜູນຊ່ວຍບັນດາປະເທດ ອາຊຽນ ພັດທະນາອຸດສາຫະກຳການຢາ, ເຂົ້າເຖິງແຫຼ່ງວັກຊິນ, ຢາປິ່ນປົວພະຍາດໂຄວິດ - 19 ຢ່າງຄົບຖ້ວນ ແລະ ທັນການ, ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ ແລະ ຢາປົວພະຍາດ; ແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໂລກລະບາດອື່ນໆທີ່ອາດຈະເກີດຂຶ້ນ. ພ້ອມດຽວກັນນັ້ນ, ສືບຕໍ່ສະໜັບສະໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.
            ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເນັ້ນໜັກວ່າ ອິນເດຍ ຖືການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອາຊຽນ ເປັນສຳຄັນ ແລະ ຢັ້ງຢືນວ່າ ອາຊຽນ ມີທີ່ຕັ້ງສຳຄັນເປັນພິເສດໃນນະໂຍບາຍເຄື່ອນໄຫວມຸ່ງໄປເຖິງທິດ ຕາເວັນອອກ ຂອງ ອິນເດຍ.
ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 18 (ພາບ: VGP)
      ທີ່ກອງປະຊຸມ, ການນຳບັນດາປະເທດ ອາຊຽນ ແລະ ອິນເດຍ ເຫັນດີເປັນເອກະພາບຈະສືບຕໍ່ຊ່ວຍເຫຼືອກັນຮັບມືກັບໂລກລະບາດ ແລະ ຊຸກຍູ້ການຟື້ນຟູຢ່າງຮອບດ້ານ ໂດຍຜ່ານການເພີ່ມທະວີການແລກປ່ຽນການຄ້າ ແລະ ການລົງທຶນ, ປັບປຸງລະບົບສະໜອງໃນພາກພື້ນ, ສ້າງຄວາມສະດວກທາງການຄ້າ ແລະ ສິນຄ້າ, ຊ່ວຍວິສາຫະກິດສອງຝ່າຍໄດ້ເຂົ້າເຖິງຕະຫຼາດຂອງກັນ, ປະຕິບັດ ສັນຍາການຄ້າເສລີ ອາຊຽນ  -  ອິນເດຍ (AIFTA) ໃຫ້ມີປະສິດທິຜົນ. ການນຳບັນດາປະເທດ ອາຊຽນ ແລະ ອິນເດຍ ກໍເຫັນດີໂດຍກຳນົດວ່າ ປີ 2022 ແມ່ນປີມິດຕະພາບ ອາຊຽນ - ອິນເດຍ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ຄົບຮອບ 10 ປີ ໃນປີ 2022.
      ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມ ອາຊຽນ - ອິນເດຍ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດເອກະສານ ທັດສະນະ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.
(ແຫຼ່ງຄັດຈາກ VOV)

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງ ລາວ ຢ່າງແຮງ ແລະ ຮອບດ້ານ ແລະ ຢືນຢັນວ່າ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະຫງວນການສະໜັບສະໜູນສູງທີ່ສຸດໃຫ້ສຳລັບຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ

Top