• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອາຊຽນ ຈະປຶກສາຫາລືກ່ຽວກັບຫຼາຍເນື້ອໃນສຳຄັນ

      ວັນທີ 13 ຕຸລາ, ຫ້ອງວ່າການນາຍົກລັດຖະມົນຕີ ບຣູໄນ ປະກາດວ່າ ປະເທດປະທານ ອາຊຽນ 2021 ຈະຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ພ້ອມດ້ວຍກອງປະຊຸມອື່ນໆທີ່ກ່ຽວຂ້ອງຕາມຮູບການທາງໄກ. ຕາມນັ້ນແລ້ວ, ທັງໝົດ 11 ກອງປະຊຸມຈະຖືກຈັດຂຶ້ນແຕ່ວັນທີ 26 – 28 ຕຸລາ.
(ພາບປະກອບ: TTXVN)
      ກອງປະຊຸມສຸດຍອດ ອາຊຽນ ດ້ວຍຫົວຂໍ້ “ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ” ຄາດວ່າ ຈະປຶກຫາລືກ່ຽວກັບຫຼາຍເນື້ອໃນຄື ເພີ່ມທະວີກຳລັງຟື້ນຟູຂອງປະຊາຄົມ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19 ຫຼາຍກວ່າອີກ, ຍົກສູງກຳລັງຄວາມພ້ອມຂອງ ອາຊຽນ ໃນການແກ້ໄຂສິ່ງທ້າທາຍລວມ, ຍາດແຍ່ງກາລະໂອກາດໃໝ່ເພື່ອມຸ່ງໄປເຖິງຄວາມວັດທະນະຖາວອນລວມ ແລະ ການຮັກສາການຮ່ວມມື ແນ່ໃສ່ບັນລຸໄດ້ບັນດາເປົ້າໝາຍໄລຍະຍາວຂອງພາກພື້ນ.
            ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຈະມີການເຂົ້າຮ່ວມຂອງການນຳ ອາຊຽນ ກໍຄືການນຳບັນດາປະເທດຄູ່ຮ່ວມມື ລວມມີ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອາເມລິກາ, ອົດສະຕາລີ ແລະ ລັດເຊຍ.
(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top