• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ອາດຈະດຳເນີນກ່ອນເວລາຈັດຕັ້ງການເລືອກຕັ້ງປະທານາທິບໍດີ ອາເມລິກາ

      ບັນດາເຈົ້າໜ້າທີ່ອຳນາດການປົກຄອງ ປະທານາທິບໍດີ Donald Trump ພວມຊັ່ງຊາບັນດາການເລືອກເຟັ້ນກ່ຽວກັບວັນເວລາ ແລະ ສະຖານທີ່ດຳເນີນການພົບປະ, ລວມມີຄວາມອາດສາມາດໃນເດືອນກັນຍາ ຈະມາເຖິງຢູ່ນິວຢອກ

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຢູ່  Helsinki (ພາບ: Reuters)
      ວັນທີ 16 ສິງຫາ, ສຳນັກຂ່າວສານ NBC ຂອງອາເມລິກາ ໄດ້ຄັດສະເໜີ 4 ແຫຼ່ງຂ່າວທີ່ຢັ້ງຢືນວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເວົ້າກັບບັນດາຜູ້ຊ່ວຍວຽກກ່ຽວກັບເຈດຈຳນົງຈັດຕັ້ງການພົບປະໂດຍກົງກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ກ່ອນເວລາຈັດຕັ້ງການເລືອກຕັ້ງ ປະທານາທິບໍດີ ອາເມລິກາ ທີ່ຄາດວ່າຈະດຳເນີນໃນເດືອນພະຈິກຈະມາເຖິງ.
            ບັນດາເຈົ້າໜ້າທີ່ອຳນາດການປົກຄອງ ປະທານາທິບໍດີ Donald Trump ພວມຊັ່ງຊາບັນດາການເລືອກເຟັ້ນກ່ຽວກັບວັນເວລາ ແລະ ສະຖານທີ່ດຳເນີນການພົບປະ, ລວມມີຄວາມອາດສາມາດໃນເດືອນກັນຍາ ຈະມາເຖິງຢູ່ນິວຢອກ. ເປົ້າໝາຍຂອງການພົວພັນແມ່ນເພື່ອໃຫ້ການນຳສອງທ່ານປະກາດວິວັດທະນາການມຸ່ງໄປສູ່ຂໍ້ຕົກລົງວ່າດ້ວຍການຄວບຄຸມອາວຸດນິວເຄຼຍ ສະບັບໃໝ່, ໃນສະພາບການສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດສະບັບໃໝ່ (NEW START) ຈະໝົດອາຍຸໃນປີໜ້າ.
            ປັດຈຸບັນ, ລັດເຊຍຍັງບໍ່ທັນມີຄຳເຫັນກ່ຽວກັບຂໍ້ມູນຂ່າວນີ້.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top