• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາອາຊຽນດ້ວຍຍຸດທະສາດ “ມະຫາສະມຸດອິນເດຍ - ປາຊີຟິກເສລີພາບ ແລະ ເປີດກວ້າງ”

      ວັນທີ 04 ເມສາ, ຢູ່ນະຄອນຫຼວງ ຈາກາຕາ (Jakarta), ປະເທດອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມສຳມະນາສະເຫຼີມສະຫຼອງ 45 ປີ ແຫ່ງວັນຮ່ວມມື ແລະ ມິດຕະພາບ ອາຊຽນ - ຍີ່ປຸ່ນ ດ້ວຍຫົວຂໍ້ວ່າ ອາຊຽນດ້ວຍຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກເສລີພາບ ແລະ ເປີດກວ້າງ

ທ່ານ ສາດສະດາຈານ Yuichi Hosoya ມາຫາວິທະຍາໄລ Keio ຍີ່ປຸ່ນ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: vietnam+)
      ໂດຍຄະນະຍີ່ປຸ່ນປະຈຳອາຊຽນ ສົມທົບກັບ ສະຖາບັນຄົ້ນຄວ້າແຫ່ງຊາດອິນໂດເນເຊຍ (LIPI) ຈັດຕັ້ງຂຶ້ນ. ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນລວມມີເຈົ້າໜ້າທີ່ລັດຖະບານອິນໂດເນເຊຍ, ຜູ້ຕາງໜ້າສະຖານທູດຂອງບັນດາປະເທດປະຈຳອິນໂດເນເຊຍ ແລະ ບັນດາອົງການຈັດຕັ້ງສາກົນ 200 ຄົນ.
        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ, ພ້ອມທັງວິໄຈ ແລະ ຊີ້ແຈ້ງບັນດາກາລະໂອກາດເປີດໃໝ່ໃຫ້ແກ່ບັນດາປະເທດໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top