• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຖືກໄຂຂຶ້ນຢ່າງສົມກຽດ

ພິທີໄຂໄດ້ຖ່າຍຖອດທາງໄກຈາກສຳນັກງານສະພາແຫ່ງຊາດ ດ້ວຍ ການເຊື່ອມຕໍ່ກກັບ 62 ສະຖານທີ່ຄະນະສະມາຊິກສະພາແຫ່ງຊາດຢູ່ແຂວງ, ນະຄອນຕ່າງໆ.
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV. (ພາບ: TTXVN)

ຕອນເຊົ້າວັນທີ 20 ຕຸລາ, ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຖືກໄຂຂຶ້ນຢ່າງສົມກຽດຕາມຮູບແບບທາງໄກ. ພິທີໄຂໄດ້ຖ່າຍຖອດທາງໄກຈາກສຳນັກງານສະພາແຫ່ງຊາດ ດ້ວຍການເຊື່ອມຕໍ່ກກັບ 62 ສະຖານທີ່ຄະນະສະມາຊິກສະພາແຫ່ງຊາດຢູ່ແຂວງ, ນະຄອນຕ່າງໆ. ເຂົ້າຮ່ວມພິທີໄຂຢູ່ສະຖານທີ່ເຊື່ອມຕໍ່ທີ່ຫໍປະຊຸມ ຢຽນຮົ່ງ (ຮ່າໂນ້ຍ), ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ບັນດາແຂກຖືກເຊີນສາກົນ ພ້ອມດ້ວຍສະມາຊິກສະພາແຫ່ງຊາດຊຸດທີ XV ຈຳນວນໜຶ່ງ

        ໂດຍດຳເນີນໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ, ໃນວາລະໄຂ, ສະພາແຫ່ງຊາດໄດ້ສະຫງວນເວລາ 1 ນາທີກົ້ມຫົວໄວ້ອາໄລແກ່ດວງວິນຍານປະຊາຊົນ, ພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດຍ້ອນໂລກລະບາດໂຄວິດ-19.

        ທີ່ກອງປະຊຸມ, ເມື່ອເຕື້ອງເຖິງເນື້ອໃນກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 2 ສະບັບ, ຮ່າງມະຕິ 5 ສະບັບ, ພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນ 5 ສະບັບຕື່ມອີກ. ສະພາແຫ່ງຊາດຈະພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ຂຶ້ນແຜນງົບປະມານແຫ່ງລັດປີ 2021; ພິຈາລະນາ ແລະ ຕົກລົງແຜນການພັດທະນາເສດຖະກິດ-ສັງຄົມປີ 2022, ການຂຶ້ນແຜນງົບປະມານແຫ່ງລັດ ແລະ ວິທີຈັດແບ່ງງົບປະມານສູນກາງປີ 2022; ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ພິຈາລະນາ, ຕົກລົງແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໄລຍະ 2021-2025…”

        ພາຍຫຼັງພິທີໄຂຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະເໜີບົດລາຍງານປະກາດໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມປີ 2022, ໃນນັ້ນມີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ໃນເຫດການທີ່ກ່ຽວຂ້ອງ, ໂດຍຕາງໜ້າຄະນະປະຈຳສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫາກໍ່ເຊັນປະກາດໃຊ້ມະຕິເລກທີ 406 ກ່ຽວກັບເລື່ອງປະກາດໃຊ້ບາງມາດຕະການແກ້ໄຂ ເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ປະຊາຊົນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ມະຕິມີຜົນສັກສິດນັບແຕ່ວັນທີ 19 ຕຸລາ 2021.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top