• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະພາປະຊາຄົມ ການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 19

      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ພ້ອມດ້ວຍລັດຖະມົນຕີບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້້ນຄົງ ອາຊຽນ ຄັ້ງທີ 19

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ພ້ອມດ້ວຍລັດຖະມົນຕີບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້້ນຄົງ ອາຊຽນ ຄັ້ງທີ 19 (ພາບ: ນັກຂ່າວ VOV ປະຈໍາ ຫວຽດນາມ)
      ໂດຍສືບຕໍ່ລາຍການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM), ວັນທີ 22 ມິຖຸນາ, ຢູ່ບາງກອກ, ປະເທດໄທ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ພ້ອມດ້ວຍລັດຖະມົນຕີບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້້ນຄົງ ອາຊຽນ ຄັ້ງທີ 19 (APSC – 19) ແລະ ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີີ 23 (ACC – 23) ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34. ກ່າວຄໍາເຫັນທີ່ບັນດາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເຫັນດີ ເປັນເອກະພາບຄວນດໍາເນີນວຽກງານຕີລາຄາກາງອາຍຸການ ກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍແຜນການສັງລວມບັນດາເສົາຄໍ້າຂອງປະຊາຄົມໂດຍໄວ, ໃນນັ້ນ ມີີປະຊາຄົມການເມືອງ - ຄວາມໝັ້ນຄົງ, ກໍານົດບັນດາສິ່ງທີ່ຄົງຄ້າງ ແລະ ວາງອອກບັນດາມາດຕະການແກ້ໄຂໃຫ້ເໝາະສົມ ແລະ ທັນການ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ເນັ້ນໜັກວ່າ ຕໍ່ໜ້າບັນດາຜົນກະທົບຈາກຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາປະເທດໃຫຍ່, ການປະຕິວັດອຸດສາຫະກໍາ 4.0 ນັ້ນ, ອາຊຽນ ຄວນຍູ້ແຮງວິວັດທະນາການຮ່ວມສໍາພັນເສດຖະກິດໃຫ້ຫຼາຍກວ່າອີກ, ປະຕິບັດສໍາເລັດການເຈລະຈາກ່ຽວກັບສັນຍາ RCEP ໂດຍໄວ, ສືບຕໍ່ລົບລ້າງບັນດາຮົ້ວກີດຂວາງດ້ານການຄ້າ ແລະ ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ແລະ ຍູ້ແຮງການຮ່ວມມືໃນການຮັບມືໃຫ້ເຂົ້າກັບການປະຕິວັດອຸດສາຫະກໍາ 4.0. ໃນເສົາຄໍ້າການເມືອງ - ຄວາມໝັ້ນຄົງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ສະເໜີ ບັນດາປະເທດສະມາຊິກຈົ່ງສືບຕໍ່ບັນດາຄວາມມານະພະຍາຍາມເຊີດຊູບັນດາຄຸນຄ່າ, ຫຼັກການ ແລະ ມາດຕະຖານໃນການປະພຶດ ທີ່ໄດ້ຮັບຮອງແລ້ວ. ໄປຄຽງຄູ່ກັນນັ້ນ, ອາຊຽນ ຄວນຍູ້ແຮງການເຈລະຈາ, ຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງ ແລະ ຮັບຮອງເອົາບັນດາມາດຕະຖານກ່ຽວກັບການປະພຶດໃນນັ້ນມີກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແລະ ສືບຕໍ່ຮັກສາບົດບາດເປັນໃຈກາງ ແລະ ທີ່ຕັ້ງນໍາໜ້າຂອງ ອາຊຽນ ໃນບັນດາວິວັດທະນາການຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.  
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top